ໂຄວິດ-19 ບຣາຊິລກາຍພັນເລີ່ມແຜ່ລະບາດໃນຫລາຍປະເທດ ກັງວົນກະທົບມາດຕະການຮັບມືພະຍາດລະບາດ

ຫລາຍປະເທດກໍາລັງຜະເຊີນກັບການແຜ່ລະບາດຂອງເຊື້ອໂຄວິດ-19 ກາຍພັນ ທີ່ສົ່ງຜົນໃຫ້ຜູ້ຜະລິດ ແລະ ທົດລອງວັກຊີນຕ້ານໂຄວິດ-19 ຈຳນວນບໍ່ໜ້ອຍ ເລັ່ງສຶກສາເພີ່ມຕື່ມວ່າ: ວັກຊີນຂອງຕົນທີ່ຍັງຢູ່ໃນລະຫວ່າງການທົດລອງໃນມະນຸດຍັງມີປະສິດທິພາບພຽງພໍໃນການຕ້ານໂຄວິດ-19 ຫລື ບໍ່ ໂດຍໂຄວິດ-19 ກາຍພັນສາຍພັນຫລ້າສຸດກວດພົບໃນບຣາຊິລ (Brazil P.1 ຫລື B.1.1.248) ເຊິ່ງກຳລັງເລີ່ມແຜ່ລະບາດໃນຫລາຍປະເທດໃນປັດຈຸບັນ ເບື້ອງຕົ້ນຍັງບໍ່ມີຫລັກຖານຢືນຢັນວ່າຜູ້ຕິດເຊື້ອຈະມີອາການຮຸນແຮງຂຶ້ນ ຫລື ບໍ່.
ໂດຍທາງການບຣາຊິລລາຍງານວ່າ: ພົບຜູ້ຍິງບຣາຊິລຄົນທຳອິດຂອງໂລກທີ່ກັບມາຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 (ໂຄວິດ-19) ຊະນິດກາຍພັນນີ້ຊ້ຳອີກ ຫລັງເຄີຍຕິດເຊື້ອໂຄວິດ-19 ຄັ້ງທຳອິດເມື່ອກາງປີ 2020 ຜ່ານມາ ເຊິ່ງເຊື້ອທີ່ກາຍພັນນີ້ມີຄວາມຄ້າຍຄືເຊື້ອ E484K ທີ່ກວດພົບໃນອາຟຣິກາໃຕ້. ຫລ້າສຸດທາງການສະເປນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ບຣາຊິນກາຍພັນຄົນທຳອິດໃນປະເທດແລ້ວ ເປັນຜູ້ຊາຍອາຍຸ 44 ປີ ເດີນທາງມາຈາກບຣາຊິລ.
