ໄລ່ຍຸງດ້ວຍວິທີທຳມະຊາດ ໂດຍບໍ່ໃຊ້ສານເຄມີ
ຍຸງລາຍເປັນພາຫະຂອງໄຂ້ເລືອດອອກ ເປັນອີກໜຶ່ງພະຍາດທີ່ບໍ່ຄວນຖືເບົາ ສຳລັບພະຍາດໄຂ້ເລືອດອອກ ເຊິ່ງເປັນພະຍາດທີ່ເກີດຈາກຍຸງລາຍເປັນພາຫະຂອງພະຍາດ ໂດຍມີໂອກາດເປັນໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່. ສະນັ້ນ ຄວນກຳຈັດບໍລິເວນນຳ້ຂັງ ຫລື ບໍລິເວນທີ່ເປັນແຫ່ລງເພາະພັນຂອງຍຸງລາຍ ເພື່ອຫລຸດຄວາມສ່ຽງຕໍ່ການເປັນພະຍາດໄຂ້ເລືອດອອກ. ອາການຂອງພະຍາດໄຂ້ເລືອດອອກແມ່ນມີໄຂ້ສູງ 39 – 40 ອົງສາ ປະມານ 2 – 7 ວັນ ລວມເຖິງມີອາການປວດເມື່ອຍຕາມຕົນໂຕ ແລະ ເຈັບຫົວຮ່ວມນຳ, ມີອາການຮາກເປັນເລືອດ, ມີຈຸດເລືອດອອກຕາມຕົນໂຕ ແລະ ຖ່າຍເປັນສີດຳ, ຕັບໃຫຍ່ ແລະ ມັກມີອາການເຈັບບໍລິເວນໂຄງກະດູກຂ້າງເບື້ອງຂວາ, ລະບົບໄຫລວຽນເລືອດຜິດປົກກະຕິ ຫລື ອາດສົ່ງຜົນໃຫ້ມີອາການຊັອກໄດ້.
ມາຮູ້ຈັກກັບພືດສະໝຸນໄພທີ່ຊ່ວຍປ້ອງກັນ ຫລື ໄລ່ຍຸງໄດ້ ພ້ອມກັນເລີຍ.
ຜັກທຽມ : ເປັນສະໝຸນໄພທີ່ມີກິ່ນແຮງ ແລະ ຂິວ ເຊິ່ງຖືເປັນອີກໜຶ່ງປະໂຫຍດທີ່ຊ່ວຍໄລ່ຍຸງໄດ້ເປັນຢ່າງດີ ເນື່ອງຈາກຍຸງບໍ່ມັກກິ່ນຂອງຜັກທຽມ. ວິທີການນຳໃຊ້ ພຽງແຕ່ເອົາຜັກທຽມໄປທຸບເພື່ອໃຫ້ມີນຳ້ອອກມາ ຈາກນັ້ນ ເອົາໃສ່ພາຊະນະໃດໜຶ່ງແລ້ວເອົາໄປວາງຕາມຈຸດຕ່າງໆບໍລິເວນເຮືອນ ເຊິ່ງນຳ້ມັນທີ່ລະເຫີຍອອກມານັ້ນຈະສົ່ງກິ່ນ ເຮັດໃຫ້ຍຸງບໍ່ກ້າເຂົ້າມາໃກ້ ລວມໄປເຖິງມົດ ແລະ ແມງໄມ້ຕ່າງໆນຳອີກ.
ຜັກກະເພົາ : ເປັນສະໝຸນໄພທີ່ສາມາດໄລ່ຍຸງໄດ້ຄືກັນ ໂດຍວິທີການນຳໃຊ້ ພຽງແຕ່ເອົາໃບຜັກກະເພົາ ບໍ່ວ່າຈະແມ່ນໃບ ຫລື ຍອດ ຈຳນວນໜຶ່ງມາຍ່ອງໃຫ້ເກີດກິ່ນ ແລ້ວເອົາໄປວາງຕາມຈຸດຕ່າງໆໃນບໍລິເວນເຮືອນ ເຊິ່ງຂໍ້ເສຍຂອງຜັກກະເພາະນັ້ນ ກິ່ນຈະລະເຫີຍໝົດໄວ ຈຶ່ງຕ້ອງໝັ່ນປ່ຽນໃໝ່ຢູ່ຕະຫລອດ.
ພິກໄທດຳ : ເມື່ອເວົ້າເຖິງພິກໄທດຳ ຫລາຍຄົນອາດຈະນຶກເຖິງຄວາມເຜັດຮ້ອນ ລວມໄປເຖິງກິ່ນທີ່ເປັນເອກະລັກແສບດັງ ເຊິ່ງຄວາມຂິວຂອງພິກໄທດຳນີ້ສາມາດໄລ່ຍຸງໄດ້ດີຄືກັນ ໂດຍວິທີການນຳໃຊ້ນັ້ນ ກໍບໍ່ຕ່າງຈາກພືດຊະນິດອື່ນໆ ພຽງເອົາພິກໄທດຳມາທຸບໃຫ້ແຕກ ຈາກນັ້ນເທໃສ່ພາຊະນະໃດໜຶ່ງ ແລ້ວເອົາໄປວາງໄວ້ຕາມຈຸດຕ່າງໆຂອງເຮືອນ.
ໝາກຂີ້ຫູດ : ເປັນອີກໜຶ່ງພືດທີ່ມີປະໂຫຍດຫລາຍຢ່າງ ສຳລັບໝາກຂີ້ຫູດ ບໍ່ວ່າຈະແມ່ນດ້ານອາຫານ ຫລື ຄວາມງາມ ທັງກິ່ນທີ່ເປັນເອກະລັກຂອງໝາກຂີ້ຫູດນັ້ນ ຍັງສາມາດເອົາມາໄລ່ຍຸງໄດ້ນຳອີກ ໂດຍໃຫ້ເອົາໝາກຂີ້ຫູດມາຊອຍເປັນປ່ຽງ ເພື່ອໃຫ້ໄດ້ນຳ້ມັນລະເຫີຍທີ່ມີກິ່ນ ຈາກນັ້ນເອົາໃສ່ພາຊະນະໃດໜຶ່ງ ແລ້ວເອົາໄປວາງໄວ້ຕາມຈຸດຕ່າງໆຂອງເຮືອນໄດ້ຕາມທີ່ຕ້ອງການ.
ຜັກກະເດົາ : ນຳ້ທີ່ສະກັດຈາກຕົ້ນຜັກກະເດົາສາມາດເອົາມາໃຊ້ໄລ່ຍຸງໄດ້ ໂດຍສາມາດເຮັດໄດ້ງ່າຍໆ ໃຫ້ເອົາຜັກກະເດົາທຸບ ຫລື ຍ່ອງໃຫ້ມີນຳ້ອອກມາ ແລ້ວເອົາໃສ່ພາຊະນະໃດໜຶ່ງ ໄປວາງໄວ້ຕາມບໍລິເວນຕ່າງໆພາຍໃນເຮືອນເພື່ອໃຊ້ໄລ່ຍຸງ.
ຜັກຫອມລາບ : ຖືເປັນສະໝຸນໄພທີ່ຮູ້ຈັກກັນດີຄືກັນ ກິ່ນທີ່ເປັນເອກະລັກໂດດເດັ່ນ ມາພ້ອມກັບສັບພະຄຸນຫລາກຫລາຍ ເຊັ່ນ : ຊ່ວຍຫລຸດຄວາມເຄັ່ງຄຽດ, ເປັນຢາເຢັນ, ດັບຮ້ອນ ແລະ ໄລ່ເຫື່ອໃນຮ່າງກາຍ ລວມໄປເຖິງໃຊ້ໄລ່ຍຸງໄດ້ນຳ. ວິທີການນຳໃຊ້ ແມ່ນຍ່ອງຜັກຫອມລາບ ແລ້ວເອົາໄປວາງໄວ້ຕາມຈຸດຕ່າງໆພາຍໃນເຮືອນເພື່ອໃຊ້ໄລ່ຍຸງ ພຽງເທົ່ານີ້ຍຸງກໍຈະບໍ່ເຂົ້າມາໃກ້ທ່ານແລ້ວ.
ຜັກອິຕູ່ : ພືດໃນຕະກູນບົວລະພາ ແລະ ຜັກກະເພົາ ໂດຍມີລັກສະນະຂອງຕົ້ນຄ້າຍຄືກັນ ແຕ່ແຕກຕ່າງກັນຢູ່ໃບ ແລະ ກິ່ນທີ່ອ່ອນກ່ວາ ຫາກບໍ່ສັງເກດອາດເຮັດໃຫ້ຫລາຍຄົນເຂົ້າໃຈຜິດໄດ້ ເຊິ່ງເປັນສະໝຸນໄພອີກໜຶ່ງຊະນິດທີ່ສາມາດໄລ່ຍຸງໄດ້ຄືກັນ ໂດຍວິທີການນຳໃຊ້ນັ້ນ ແມ່ນເອົາມາຍ່ອງ ແລ້ວໃສ່ພາຊະນະໃດໜຶ່ງໄປວາງໄວ້ຕາມຈຸດຕ່າງໆພາຍໃນເຮືອນ ກິ່ນຂອງຜັກອິຕູ່ຈະເຮັດໃຫ້ຍຸງບໍ່ກ້າເຂົ້າມາໃກ້ທ່ານ.
ຫົວສີໄຄ : ມີການນຳໃຊ້ຫົວສີໄຄໃນການໄລ່ຍຸງ ໂດຍການສະກັດເອົານຳ້ມັນມາເຮັດຜະລິດຕະພັນຕ່າງໆທີ່ໃຊ້ສຳລັບໄລ່ຍຸງ ຫລື ປ້ອງກັນຍຸງ ເຊິ່ງໄດ້ຜົນດີຫລາຍຄືກັນ. ໂດຍວິທີການນຳໃຊ້ແມ່ນສາມາດເອົາຫົວສີໄຄມາທຸບໃຫ້ແຕກ ແລ້ວເອົາໄປວາງໄວ້ຕາມຈຸດຕ່າງໆພາຍໃນເຮືອນເພື່ອຊ່ວຍໄລ່ຍຸງ.

