ຈຳນວນຜູ້ໄດ້ຮັບການສັກວັກຊີນໃນອາເມລິກາ ຫຼາຍກວ່າຈຳນວນຜູ້ຕິດເຊື້ອແລ້ວ

ສຳນັກຂ່າວ Bloomberg ລາຍງານເມື່ອວັນທີ 2 ກຸມພາ ນີ້ ໃຫ້ຮູ້ວ່າ ສະຫະລັດອາເມລິກາ ມີລະດັບການສັກວັກຊີນຕ້ານ ໂຄວິດ-19 ໃນແຕ່ລະວັນໄວທີ່ສຸດໃນໂລກ, ມີປະມານ 1,35 ລ້ານໂດສ/ວັນ.
Bloomberg ໃຫ້ຮູ້ວ່າ ເມື່ອໄລ່ມາເຖິງວັນທີ 1 ກຸມພານີ້ ມີເຖິງ 26,5 ລ້ານຄົນ ໄດ້ຮັບການສັກວັກຊີນ 1 ໂດສແລ້ວ.
ເຖິງແມ່ນຈະພົບຄວາມຫຍຸ້ງຍາກເລັກນ້ອຍໃນເບື້ອງຕົ້ນ, ແຕ່ພາຍໃນ 6 ອາທິດທີ່ມີວັກຊີນອອກມານີ້ ໄດ້ມີປະຊາຊົນອາເມລິກາປະມານ 7,8% ໄດ້ຮັບການສັກວັກຊີນຢ່າງໜ້ອຍ 1 ໂດສ ແລະ ປະມານ 1,8% ໄດ້ສຳເລັດການສັກວັກຊີນສຳເລັດແລ້ວ ໃນຈຳນວນປະຊາກອນຂອງສະຫະລັດຂະນະນີ້ແມ່ນ 328 ລ້ານຄົນ.
ແຕ່ສິ່ງທີ່ເປັນໜ້າຊື່ນຊົມທີ່ສຸດ ກໍຄືມື້ນີ້ເອງ, ເປັນຄັ້ງທຳອິດທີ່ປະຊາຊົນຊາວອາເມລິກາໄດ້ຮັບການສັກວັກຊີນຫຼາຍກວ່າຜູ້ຕິດເຊື້ອໂຄວິດ-19 ໃໝ່.
Bloomberg ໃຫ້ຮູ້ເພີ່ມເຕີມວ່າ: ໃນຂະນະນີ້, ມີບາງປະເທດເທົ່ານັ້ນທີ່ໄດ້ຮັບການສັກວັກຊີນຫຼາຍຄືກັນກັບຢູ່ ອາເມລິກາ, ໃນນັ້ນມີ ອິດສະລາເອລ, ອັງກິດ ແລະ ບັນດາປະເທດໃນອາຣັບເອກະພາບ.
ນັບແຕ່ມື້ມີການລະບາດຂຶ້ນຢູ່ໃນສະຫະລັດ ເປັນເາລາ 1 ປີແລ້ວ, ໄດ້ມີຜູ້ຕິດເຊື້ອທັງໝົດໃນປະເທດນີ້ 26,1 ລ້ານຄົນ, ໃນນັ້ນເສຍຊີວິດ 441.000 ຄົນ.

