ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ຮ່ວມສັກວັກຊີນປ້ອງກັນ ໂຄວິດ-19

ວັນທີ 27 ມັງກອນ 2021 ນີ້ ທີ່ໂຮງໝໍມິດຕະພາບ ນະຄອນຫລວງວຽງຈັນ ກະຊວງສາທາລະນະສຸກ ໄດ້ຈັດພິທີສັກວັກຊີນໃຫ້ແກ່ພະນັກງານແພດໝໍ ຜູ້ທີ່ປະຕິບັດໜ້າທີຕົວຈິງ ເຊິ່ງເປັນກຸ່ມທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ-19 ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ພະນັກງານແພດໝໍເຂົ້າຮ່ວມ.
ທ່ານ ດຣ.ບຸນກອງ ສີຫາວົງ ໃຫ້ຮູ້ວ່າ: ວັກຊີນໂຄວິດ-19 ທີ່ນຳມາສັກແມ່ນ ວັກຊີນ Vero cell ຈາກບໍລິສັດ Sinopharm ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ເພື່ອສັກໃຫ້ກຸ່ມສ່ຽງຄື ພະນັກງານແພດໝໍ, ພະນັກງານເຮັດວຽກຢູ່ດ່ານຊາຍແດນ, ພະນັກງານຜູ້ປະຈຳການສູນກັກບໍລິເວນ ເຊິ່ງສັກແລ້ວ 298 ຄົນ ແລະ ສັກຄົບສອງເຂັມແລ້ວ 173 ຄົນ ເຊິ່ງໃຊ້ວັກຊີນໄປແລ້ວ 423 ໂດສ ເຊິ່ງທັງໝົດແມ່ນມີອາການປົກກະຕິດີ.
ໃນການສັກວັກຊີນມື້ນີ້ ທ່ານຮອງນາຍົົກ ແລະ ທ່ານລັດຖະມົນຕີກະຊວງສາທາກໍໄດ້ຮັບການສັກວັກຊີນໃນຄັ້ງນີ້ດ້ວຍ.
ສໍາລັບການສັກວັກຊິນປ້ອງກັນພະຍາດໂຄວິດ19ໃຫ້ແພດໝໍທີ່ມີຄວາມສ່ຽງໃນມື້ນີ້ຈັດເປັນ 2ຈຸດ ຄື: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍເຊດຖາທິຣາດ ຊື່ງນອກຈາກແພດໝໍພາຍໃນ 2 ໂຮງໝໍນີ້ແລ້ວ ຍັງມີແພດໝໍຈາກໂຮງໝໍແມ່ ແລະເດັກ, ໂຮງໝໍ103, ໂຮງໝໍມະໂຫສົດ, ສູນສະໜອງຢາ ແລະອຸປະກອນການແພດ ແລະໂຮງໝໍ 5 ເມສາເຂົ້າຮ່ວມສັກຈຳນວນທັງໝົດ 600 ກວ່າຄົນ.

