ສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ

ວັນທີ 30 ສິງຫາ 2022 ນີ້ ຫ້ອງວ່າການສູນກາງພັກຈັດພິທີສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ, ລົດຈຳນວນດັ່ງກ່າວເປັນລົດຮັບໃຊ້ຂອງການນໍາຂັ້ນສູງທີ່ໄດ້ປະກອບໃຫ້ໃນໄລຍະຜ່ານມາ ຊຶ່ງບໍ່ສອດຄ່ອງກັບດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ຄໍາແນະນໍາ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 02/ຫສນຍ, ລົງວັນທີ 30 ທັນວາ 2021 ແລະ ຄໍາແນະນໍາ ຂອງກະຊວງການເງິນ ເລກທີ 0393/ກງ, ລົງວັນທີ 4 ກຸມພາ 2022 ກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ລົດບໍລິຫານຂອງລັດ.

ທັງໝົດນີ້ແມ່ນເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາຂອງລັດຖະບານ, ນະໂຍບາຍປະຢັດ ທີ່ໄດ້ກໍານົດອອກ ແລະ ເປັນການທ້ອນໂຮມພາຫະນະຮັບໃຊ້ວຽກງານຂອງການນໍາຂັ້ນສູງ ມາລວມສູນຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຄວາມສະດວກ ແລະ ຮັບປະກັນໃນການຕິດຕາມ, ຄຸ້ມຄອງ, ນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ ແລະ ສອດຄ່ອງກັບລະບຽບການໃນສະພາບການໃໝ່.