ຣິນ ມາດຣິດ ປະກາດຂາຍ ເບລ ໃຫ້ ແມນເຊສເຕີ ຢູໄນເຕັດ

“ແດຣິໂອ ໂກລ” ສື່ຊື່ດັງ ຂອງ ປະເທດສະເປນ ລາຍງານ ວ່າ ຟລໍເຣນຕິໂນ ເປເຣດ ປະທານ ສະໂມສອນ ຣິນ ມາດຣິດ ໄດ້ ແຈ້ງຕໍ່ ເອັດ ວູດເວິດ ຮອງປະ ທານ ແມນເຊສເຕີ ຢູໄນເຕັດ ແລ້ວວ່າພ້ອມຂາຍ ແກເຣດ ເບລ ກອງໜ້າທີມຊາດເວລ ອອກໄປ ຫາກໄດ້ຄ່າໂຕ 100 ລ້ານເອີໂຣ.
ຊີເນີດີນ ຊີດານ ຜູ້ຈັດການ ທີມຊາວ ຝຣັ່ງ ເຊື່ອວ່າ ຄິລິຍັນ ເອັມບັບເປ ຂອງ ໂມນາໂກ ຈະ ເປັນໂຕເລືອກທີ່ດີກວ່າ ເບລ ເຊັ່ນ ດຽວກັບ ເປເຣດ ທີ່ຮູ້ສຶກວ່າ ເບລ ມີບັນຫາບາດເຈັບຕະຫຼອດ ຈຶ່ງ ໄດ້ບອກຕໍ່ ​ວູດເວິລ ລະຫວ່າງ ຂາຍ ອັລວາໂຣ ໂມຣາຕາ ຫຼື ເບລ ເປັນອີກຄົນທີ່ທີມພ້ອມຂາຍໃຫ້.