Pentagon ຈັດວາງກຳລັງທະຫານປະຈັນບານຫຼາຍຮ້ອຍນາຍ ໃນນະຄອນຫຼວງ ວໍຊິງຕັນ ດີຊີ

ໜັງສືພິມ ໄປສະນີ New York ໂດຍອ້າງຄຳຖະແຫຼງຂອງກະຊວງປ້ອງກັນປະເທດ ສະຫະລັດ ເມື່ອວັນທີ 18 ມັງກອນນີ້ ໃຫ້ຮູ້ວ່າ ມີກຳລັງທະຫານປະຈັນບານປະມານ 750 ນາຍ ຖືກນຳສົ່ງໄປທີ່ນະຄອນຫຼວງ ວໍຊິງຕັນ ດີຊີ. ບັນດານັກຮົບເຫຼົ່ານີ້ ຖືກຝຶກອົບຮົມເຮັດໜ້າທີ່ “ອະເຊື້ອ” ພາຍຫຼັງເກີດການໂຈມຕີດ້ວຍອາວຸດເຄມີ-ຊີວພາບ, ນິວເຄຣຍ, ກຳມະລັງສີ ແລະ ທາດລະເບີດອື່ນໆ.
ນອກຈາກນັ້ນ, ຈຳນວນໜັກຮົບດັ່ງກ່າວຍັງຈະເຮັດໜ້າທີ່ຊ່ວຍໜູນກຳລັງແພດໝໍໃນການກວດຫາເຊື້ອໂຄວິດ-19 ໃຫ້ກັບຜູ້ຄົນທີ່ເຂົ້າຮ່ວມງານສະບານຕົວຮັບຕຳແໜ່ງຂອງປະທານາທິບໍດີຄົນໃໝ່ ໂຈໄບເດັນ ນຳອີກ.
ໜັງສືພິມດັ່ງກ່າວຍັງໃຫ້ຮູ້ເພີ່ມເຕີມວ່າ ມາເຖິງວັນທີ 18 ມັງກອນນີ້, ມີກຳລັງທະຫານປະຈັນບານປະມານ 21.500 ນາຍຖືກສົ່ງໄປໃນນະຄອນຫຼວງວໍຊິງຕັນ ດີຊີ.

