ທ່ານ ດູເຕີເຕ ປະກາດຈະໃຫ້ຂ້າລູກ ຖ້າຜິດແທ້ໃນຄະດີຢາເສບຕິດ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ເນັ້ນວ່າ: ຈະໃຫ້ລູກຊາຍຖືກຂ້າຖ້າມີຄວາມຜິດແທ້ຕາມຂໍ້ກ່າວຫາເລື່ອງພົວພັນການຄ້າຢາເສບຕິດ ແລະ ຈະປົກປ້ອງຕຳຫຼວດທີ່ຍິງສັງຫານລູກຊາຍ.
ປະທານາທິບໍດີ ດູເຕີເຕ ອາຍຸ 72 ປີ ກ່າວກັບເຈົ້າໜ້າທີ່ລັດຖະບານຢູ່ທຳນຽບປະທານາທິບໍດີໃນວັນທີ 20 ກັນຍາວ່າ: ທ່ານເຄີຍປະກາດລະຫວ່າງການຫາສຽງເລືອກຕັ້ງໃນປີກ່ອນວ່າບໍ່ມີລູກໆຄົນໃດພົວພັນຢາເສບຕິດ, ຖ້າມີກໍຂໍໃຫ້ສັງຫານຖິ້ມເລີຍ ເພື່ອບໍ່ໃຫ້ປະຊາຊົນມີເລື່ອງຕ້ອງເວົ້າອີກ. ດັ່ງນັ້ນ ຈຶ່ງໄດ້ບອກກັບທ່ານ ເປົາໂລ ຫຼື ປູລອງ ດູເຕີເຕ ລູກຊາຍກົກອາຍຸ 42 ປີວ່າ: ໄດ້ສັ່ງໃຫ້ຕຳຫຼວດສັງຫານທ່ານ ເປົາໂລ ຖ້າຖືກຈັບວ່າພົວພັນຢາເສບຕິດ ແລະ ທ່ານຈະປົກປ້ອງຕຳຫຼວດທີ່ລົງມືສັງຫານ. ເຖິງຢ່າງໃດກໍດີ, ປະທານາທິບໍດີ ດູເຕີເຕ ບໍ່ໄດ້ເຈາະຈົງເຖິງເລື່ອງທີ່ທ່ານ ເປົາໂລ ຖືກສະມາຊິກສະພານິຕິບັນຍັດຝ່າຍຄ້ານກ່າວຫາວ່າເປັນສະມາຊິກແກ້ງຢາເສບຕິດ ແລະ ຊ່ວຍລັກລອບນຳເອົາຢາອີຈຳນວນຫຼາຍເຂົ້າຟີລິບປິນ. ທ່ານ ເປົາໂລ ປັດຈຸບັນດຳລົງຕຳແໜ່ງຮອງເຈົ້າເມືອງດາເວົາ.
ທ່ານ ດູເຕີເຕ ເຄີຍກ່າວວ່າ: ຍິນດີຈະສັງຫານຜູ້ຕິດຢາເສບຕິດ 3 ລ້ານຄົນ, ສ່ວນເຍົາວະຊົນທີ່ຖືກສັງຫານໃນສົງຄາມກວາດລ້າງຢາເສບຕິດຖືວ່າເປັນລູກຫຼົງ, ແຕ່ໄດ້ຢືນຢັນວ່າ: ບໍ່ເຄີຍສັ່ງໃຫ້ຕຳຫຼວດເຮັດສິ່ງຜິດກົດໝາຍ, ການຍິງຜູ້ຕ້ອງສົງໄສຈະຕ້ອງເຮັດໄປເພື່ອປ້ອງກັນຕົນເອງເທົ່ານັ້ນ.

