ເກີດແຜ່ນດິນໄຫວຮຸນແຮງຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 7 ຄົນ

ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບອີກຫລາຍກວ່າ 200 ຄົນ ຈາກເຫດແຜ່ນດິນໄຫວຮຸນແຮງ ໃກ້ກັບເກາະສຸລາເວສີ ຂອງອິນໂດເນເຊຍ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສຳຫລວດທໍລະນີວິທະຍາອາເມລິກາ (USGS) ລາຍງານການເກີດແຜ່ນດິນໄຫວຮຸນແຮງ 6,2 ແມກນິຈູດ ໂດຍມີຄວາມເລິກພຽງ 18 ກິໂລແມັດ ນອກຝັ່ງເກາະສຸລາເວສີ ໃນຕອນເຊົ້າວັນທີ 15 ມັງກອນ 2021 ຕາມເວລາທ້ອງຖິ່ນຢູ່ອິນໂດເນເຊຍ.
ຂະນະທີ່ສຳນັກງານປ້ອງກັນ ແລະ ບັນເທົາສາທາລະນະໄພຂອງອິນໂດເນເຊຍ ລາຍງານການພົບຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບຫລາຍກວ່າ 200 ຄົນ, ໃນເວລາດຽວກັນຍັງເກີດແຜ່ນດິນໄຫວຕາມມາ ຫລື ອາບເຕີຊັອກອີກຢ່າງໜ້ອຍ 26 ຄັ້ງ ສົ່ງຜົນໃຫ້ເກີດດິນເຈື່ອນ ແລະ ສິ່ງປຸກສ້າງຫລາຍແຫ່ງພັງເສຍຫາຍ ໜຶ່ງໃນນັ້ນຄືໂຮງໝໍແຫ່ງໜຶ່ງ ໃນເມືອງມາມູຈູ ເກາະສຸລາເວສີ ເຊິ່ງຢູ່ໃກ້ກັບບໍລິເວນທີ່ເປັນສູນກາງຂອງແຮງສັ່ນສະເທືອນຄັ້ງນີ້.




