ຜູ້ຕິດເຊື້ອໂຄວິດຢູ່ຈີນຍັງເພີ່ມຂຶ້ນຕໍ່ເນື່ອງ ເຖິງວ່າລັອກດາວ 3 ເມືອງໃນເຫີເປີຍ

ເຖິງວ່າທາງການຈີນລັອກດາວຢ່າງໜ້ອຍ 3 ເມືອງໃນມົນທົນເຫີເປີຍ ທີ່ກຳລັງເປັນສູນກາງການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ສະຖິຕິຜູ້ຕິດເຊື້ອແຕ່ລະວັນກັບມາຢູ່ລະດັບຫລາຍກວ່າ 100 ຄົນອີກເທື່ອໜຶ່ງ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງຊາດຂອງຈີນ ລາຍງານສະຖິຕິຂອງພະຍາດໂຄວິດ-19 ຢືນຢັນຜູ້ຕິດເຊື້ອສະສົມຢ່າງໜ້ອຍ 87.706 ຄົນ ເພີ່ມຂຶ້ນ 115 ຄົນ ທຳລາຍສະຖິຕິ 103 ຄົນ ທີ່ມີການຢືນຢັນໃນວັນທີ 11 ມັງກອນຜ່ານມາ ແລະ ຍັງເປັນສະຖິຕິແຕ່ລະວັນສູງສຸດໃນຮອບດົນກວ່າ 5 ເດືອນ ນັບແຕ່ການພົບຜູ້ຕິດເຊື້ອ 127 ຄົນ ເມື່ອວັນທີ 30 ກໍລະກົດປີຜ່ານມາ. ຂະນະທີ່ສະຖິຕິສະສົມຂອງຜູ້ເສຍຊີວິດຍັງມີຢ່າງໜ້ອຍ 4.634 ຄົນ.
ສຳລັບຜົນການແບ່ງກຸ່ມຜູ້ຕິດເຊື້ອໃໝ່ພົບວ່າ: ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 8 ຄົນ ແລະ ຕິດເຊື້ອຈາກພາຍໃນປະເທດ 107 ຄົນ ຍັງພົບຫລາຍທີ່ສຸດຢູ່ມົນທົນເຫີເປີຍ 90 ຄົນ, ຮອງລົງມາຄື 16 ຄົນ ຢູ່ມົນທົນເຮຍຫລົງຈຽງ ແລະ ອີກໜຶ່ງຄົນຢູ່ມົນທົນສ່ານຊີ.
ທັງນີ້, ເຈົ້າໜ້າທີ່ສາທາລະນະສຸກຍັງເດີນໜ້າກວດຄັດກອງພະຍາດໃນມົນທົນເຫີເປີຍ ເຊິ່ງຕັ້ງຢູ່ອ້ອມຮອບນະຄອນຫລວງປັກກິ່ງ, ຈຳກັດການເຄື່ອນໄຫວຂອງປະຊາຊົນສ່ວນຫລາຍ ແລະ ຂະຫຍາຍຂອບເຂດການລັອກດາວເປັນຢ່າງໜ້ອຍ 3 ເມືອງຄື: ເມືອງສືເຈຍລວງ ເຊິ່ງເປັນເມືອງເອກຂອງມົນທົນເຫີເປີຍ, ເມືອງຊິງໄທ່ ແລະ ເມືອງຫລາງຟາງ.

