ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນທີ່ຖືກຜົນກະທົບ

ຜູ້ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງຈະເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບແຕ່ວັນທີ 1 ມັງກອນ 2021 ນີ້ເປັນຕົ້ນໄປ ເຊິ່ງລວມມີບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງ ແລະ ​ແຂວງຜົ້ງສາລີ,     ມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 1.400 ກວ່າຄົນໃນ 222 ຄອບຄົວ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ແລະ ບ້ານໄຊທອງ ມີ 77 ຄອບຄົວ.

ທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ທັງເປັນຫົວໜ້າໜ່ວຍງານຈັດສັນຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 4 ແລະ ນໍ້າອູ 7 ໃຫ້ຮູ້ວ່າ: ໃນການຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນຈະເລັ່ງໃສ່ຈັດສັນທີ່ດິນການຜະລິດກະສິກຳ, ແນະນຳເຕັກນິກໃນການປູກຝັງ, ລ້ຽງສັດ ແລະ ການປະມົງ ລວມທັງສະໜອງທຶນ ແລະ ແນວພັນຕ່າງໆ ຊຶ່ງໃນເບື້ອງຕົ້ນຈະໄດ້ສະໜອງອຸປະກອນເພື່ອຮັບໃຊ້ສຳລັບຂະແໜງການບໍລິການ ເຊິ່ງປະຊາຊົນສາມາດຄັດເລືອກອາຊີບຕ່າງໆຕາມທີ່ຕົນເອງມັກ ແລະ ມີຄວາມຊໍານານໃນ 3 ຂະແໜງການຄື: ກະສິກໍາ, ປະມົງ ແລະ ການບໍລິການ ເພື່ອແນໃສ່ເຮັດໃຫ້ປະຊາຊົນທີ່ຖືກຜົນກະທົບມີລາຍຮັບເພື່ອນຳມາປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ພ້ອມ​ນີ້ ອຳນາດການປົກຄອງທ້ອງຖິ່ນກໍໄດ້ເນັ້ນໃຫ້ຜູ້ພັດທະນາໂຄງການໄດ້ສຸມທຶນຮອນເຂົ້າຊ່ວຍຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບດັ່ງກ່າວຕາມທ່າແຮງບົ່ມຊ້ອນຂອງບ້ານ ແລະ ຮຽກຮ້ອງໃຫ້ປະຊາຊົນກໍຕ້ອງມີຫລັກໝັ້ນທາງດ້ານການເມືອງ, ປະຕິບັດຕາມແນວທາງຂອງພັກ-ລັດໃນການພັດທະນາ ແລະ ຮ່ວມມືຢ່າງສະໜິດແໜ້ນກັບທາງໂຄງການ ພ້ອມກັນສຸມໃສ່ພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ ເພື່ອສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.