ໄບເດັນ ຖືກຄົນໃນພັກດຽວກັນກົດດັນ

ທ່ານ ໄບເດັນ ເຈັບຫົວ ຍ້ອນຖືກພັກຝ່າຍຕ່າງໆໃນພັກດຽວກັນກົດດັນ ຈາກການເລືອກລັດຖະມົນຕີກະຊວງປ້ອງກັນປະເທດ

ສຳນັກຂ່າວ AP ລາຍງານເມື່ອວັນທີ 2 ທັນວາວ່າ ບັນດາຜູ້ນຳຄົນຜິວສີເຕືອນໃຫ້ ໄບເດັນ ເລືອກເອົາຄົນເຊື້ອຊາດ ແອຟຣິກກາ ເຂົ້າໃນຄະນະລັດຖະບານຊຸດໃໝ່ໃຫ້ມີສີສັນໃໝ່, ຊຶ່ງປັດຈຸບັນສ່ວນຫຼາຍເປັນຄົນຜິວຂາວເກືອບທັງໝົດ.

ພວກຜູ້ນຳຈຳພວກໜຶ່ງຊໍ້າພັດຜັກດັນໃຫ້ ໄບເດັນ ເລືອກເອົາ ສະຕຣີ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ.

ຂະນະນີ້, ທ່ານນາງ Michèle Flournoy ໄດ້ເປັນຕົວເຕັງໃນຕຳແໜ່ງດັ່ງກ່າວ ແຕ່ກໍຖືກກະແສຕໍ່ຕ້ານຈາກພັກຝ່າຍຫົວກ້າວໜ້າໃນພັກດຽວຄັດຄ້ານ ເພາະເຫັນວ່າອະດີດເບື້ອງຫຼັງຂອງຜູ້ຍິງຄົນນີ້ບໍ່ມີຄວາມໂປ່ງໃສ.

ຈຳພວກຫົວກ້າວໜ້າໃນພັກຢ່າງໜ້ອຍ 7 ກຸ່ມກ່າວເຕືອນ ໄບເດັນວ່າ ຢ່າເລືອກເອົານາງ Flournoy ນັ່ງໃນຕໍາແໜ່ງລັດຖະມົນຕີປ້ອງກັນປະເທດ ເພາະມີຄວາມເປັນຫ່ວງວ່າ ນະໂຍບາຍຂອງເຂົາຂາດຄວາມສ່ອງໃສ ໂດຍສະເພາະແມ່ນຕໍ່ກັບ ຊາອຸດີອາຣາເບຍ, ເຢແມນ, ອາຟການິສະຖານ ແລະ ບໍ່ມີຄວາມໂປ່ງໃສໃນລັກຊະນະສ່ວນຕົວຂອງເຂົາ.