FAO ເຜີຍ ສປປ ເກົາຫລີ ກຳລັງຂາດເຂີນອາຫານ ເພາະແຫ້ງແລ້ງໃນຮອບ 15 ປີ

ອົງການອາຫານ ແລະ ຢາແຫ່ງສະຫະປະຊາຊາດ (FAO) ເປີດເຜີຍວ່າ: ສປປ ເກົາຫລີ ກຳລັງຂາດເຂີນອາຫານຢ່າງຮຸນແຮງ ເນື່ອງຈາກປະສົບໄພແຫ້ງແລ້ງຮ້າຍແຮງທີ່ສຸດໃນຮອບກວ່າ 15 ປີ ຈຳເປັນຕ້ອງເລັ່ງນຳເຂົ້າອາຫານໂດຍໄວທີ່ສຸດ ເພື່ອບໍ່ໃຫ້ເຍົາວະຊົນອຶດຫິວ.
ລາຍງານຂອງ FAO ລະບຸວ່າ: ສະພາບຝົນບໍ່ຕົກໃນໄລຍະເຄິ່ງທຳອິດຂອງປີນີ້ທຳລາຍຜົນຜະລິດທາງກະສິກຳຂອງ ສປປ ເກົາຫລີ ແລ້ວຫລາຍກວ່າ 312.500 ໄຮ່ ໂດຍສະເພາະເຂົ້າ, ສາລີ, ມັນ ແລະ ຖົ່ວເຫລືອງ ຈາກທີ່ມີບັນຫາຢູ່ແລ້ວ, ປະລິມານຝົນຕົກລະດູການຕໍ່າກວ່າປີ 2001 ທີ່ເກີດສະພາບແຫ້ງແລ້ງຈົນຜົນລະຜິດດ້ານທັນຍາພືດເຫລືອໜ້ອຍເປັນປະຕິວັດສາດ. ສະຖານະການປັດຈຸບັນນີ້ສ່ຽງກະທົບປະຊາກອນຈຳນວນຫລາຍ ຈຳເປັນຕ້ອງໃຫ້ການຊ່ວຍເຫລືອຢ່າງຮີບດ່ວນແກ່ກະສິກອນ ແລະ ສະກັດການແກ້ໄຂບັນຫາຢ່າງເໝາະສົມ, ເນື້ອທີ່ປູກຝັງບາງແຫ່ງມີຝົນຕົກໄລຍະເດືອນເມສາ-ມິຖຸນາໜ້ອຍກວ່າປະລິມານສະເລ່ຍເຖິງເຄິ່ງໜຶ່ງ ເຮັດໃຫ້ຜົນຜະລິດໄລຍະຕົ້ນປີນີ້ຫລຸດລົງເຖິງ 30% ຈາກປີກ່ອນ.
ຫລາຍຝ່າຍໂທດວ່າ: ສະພາບຂາດເຂີນອາຫານຢູ່ ສປປ ເກົາຫລີ ເກີດຈາກການບໍລິຫານແກ້ໄຂທີ່ບໍ່ຖືກຕ້ອງ, ລັດຖະບານນຳງົບປະມານໄປທຸ້ມເທກັບການພັດທະນານິວເຄຼຍແທນທີ່ຈະລົງທຶນປັບປຸງຂະແໜງກະສິກຳ ບວກກັບການຊ່ວຍເຫລືອຈາກບັນດາປະເທດ ໂດຍສະເພາະ ສປປ ເກົາຫລີ ແລະ ອາເມລິກາຫລຸດລົງໃນໄລຍະທົດສະວັດຜ່ານມາ. ນອກຈາກນີ້ ຍັງເປັນຜົນມາຈາກນ້ຳຖ້ວມ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນ, ຂາດເຂີນດິນທີ່ມີຄຸນນະພາບ, ເມັດພັນ, ປຸ໋ຍ ແລະ ເຄື່ອງມືອຸປະກອນ. ກຸ່ມເດັກນ້ອຍ, ແມ່ຍິງ ແລະ ຄົນອາຍຸສູງເປັນກຸ່ມທີ່ສ່ຽງໄດ້ຮັບຜົນກະທົບຫລາຍທີ່ສຸດຈາກສະພາບຂາດເຂີນອາຫານ, ເດັກນ້ອຍອາຍຸຕໍ່າກວ່າ 5 ປີປະມານ 28% ມີຮ່າງກາຍນ້ອຍເມື່ອທຽບໃສ່ເດັກໄວດຽວກັນ.

