ເປັນຫຍັງທຸລະກິດນ້ອຍໆ ຕ້ອງສ້າງແຟຣນໄຊສ໌

ກະແສຄວາມຕື່ນຕົວເລື່ອງແຟຣນໄຊສ໌ກຳລັງມາແຮງ ຫລາຍຄົນມີຄວາມຝັນວ່າ: ຢາກຈະລວຍດ້ວຍການຂາຍແຟຣນໄຊສ໌, ແຕ່ວ່າຈະເປັນຄວາມຈິງໄດ້ ຫລື ບໍ່ ເປັນອີກເລື່ອງໜຶ່ງ ເພາະລະບົບແຟຣນໄຊສ໌ເປີດໂອກາດໃຫ້ທຸລະກິດນ້ອຍໆເຕີບໃຫຍ່ໄດ້ຢ່າງວ່ອງໄວ ໂດຍບໍ່ຕ້ອງມີທຶນຫລາຍ, ໃຊ້ທຶນຂອງຜູ້ຊື້ແຟຣນໄຊສ໌. ນີ້ຄືຂໍ້ດີຂອງແຟຣນໄຊສ໌ ທີ່ເຮັດໃຫ້ຫລາຍຄົນມີຄວາມຫວັງ, ມີຝັນທີ່ຈະສ້າງທຸລະກິດຂອງຕົນເອງໃຫ້ເປັນແຟຣນໄຊສ໌ໃຫ້ໄດ້.
ທຸລະກິດຍີ່ຫໍ້ນ້ອຍໆ ແຕ່ສິນຄ້າ ແລະ ບໍລິການສາມາດຕອບສະໜອງຜູ້ບໍລິໂພກໄດ້ໃນວົງກວ້າງ ເລີ່ມຂະຫຍາຍທຸລະກິດໃນລະບົບແຟຣນໄຊສ໌ເພີ່ມຂຶ້ນເລື້ອຍໆ ເນື່ອງຈາກຂໍ້ດີຂອງການເຮັດທຸລະກິດແຟຣນໄຊສ໌ຄ້າຍຄືກັບທຸລະກິດອອນລາຍ ໃນຮູບແບບທີ່ວ່າຄົນຕົວນ້ອຍສາມາດເຮັດໃຫ້ຕົນເອງໃຫຍ່ໄດ້. ຄືສະໄໝກ່ອນ ຖ້າເຮົາຄິດຈະມີຮ້ານຄ້າ 100 ແຫ່ງ ແຕ່ເນື່ອງຈາກຕົນເອງມີແຮງງານດຽວ ຈຶ່ງບໍ່ສາມາດຈະເຮັດໄດ້.
ແຕ່ຈາກລະບົບແຟຣນໄຊສ໌ ຖ້າເຮົາມີສິນຄ້າ ແລະ ບໍລິການດີ, ບໍລິການຢ່າງມີລະບົບ ເຮົາສາມາດຈະມີຮ້ານຄ້າ 100 ແຫ່ງໄດ້ ເພາະຄົນລົງທຶນຄື ແຟຣນໄຊສ໌ຊີ, ເຮົາໃນຖານະເຈົ້າຂອງພຽງແຕ່ເກັບຄ່າທຳນຽມ ແລະ ເສຍເວລາໃນການອອກໄປອົບຮົມໃຫ້ແຟຣນໄຊສ໌ຊີ. ຖ້າທຸລະກິດແຟຣນໄຊສ໌ດີ ກໍສາມາດເຕີບໃຫຍ່ໄດ້ໄວ, ຂະຫຍາຍເຄືອຂ່າຍໄດ້ໂດຍບໍ່ຈຳເປັນຕ້ອງມີທຶນຫລາຍ. ມາເບິ່ງຂໍ້ດີຂອງການເຮັດແຟຣນໄຊສ໌ດີແນວໃດ, ເປັນຫຍັງຍີ່ຫໍ້ນ້ອຍໆ ຈຶ່ງບຸກຄະຫລາດດ້ານນີ້ກັນຫລາຍ.
- ສ້າງການເຕີບໃຫຍ່ໃຫ້ທຸລະກິດໄດ້ວ່ອງໄວ, ໃຊ້ງົບລົງທຶນໜ້ອຍ, ໄດ້ຄ່າຕອບແທນຈາກການຂາຍແຟຣນໄຊສ໌ ແລະ ຄ່າສິດແຕ່ລະເດືອນ.
- ເປີດໂອກາດໃຫ້ທຸລະກິດທີ່ມີທຶນໜ້ອຍຂະຫຍາຍເຄືອຂ່າຍໄດ້ ເພາະເງິນລົງທຶນໃນການຂະຫຍາຍສາຂາເປັນຂອງແຟຣນໄຊຊີ.
- ເປັນຊ່ອງທາງການຕະຫລາດ ກະຈາຍສິນຄ້າ-ບໍລິການ ເມື່ອມີການຂະຫຍາຍສາຂາໄດ້ຈຳນວນຫລາຍ ຈະສາມາດກະຈາຍສິນຄ້າໄດ້ຫລາຍເທົ່ານັ້ນ.
- ມີຜູ້ລົງທຶນຊື້ແຟຣນໄຊສ໌ເປັນເຈົ້າຂອງທຸລະກິດ, ບໍລິຫານຈັດການເອງ ເຮັດໃຫ້ມີແຮງຈູງໃຈໃນການຂະຫຍາຍສາຂາຫລາຍກວ່າ.
- ຮັບຜິດຊອບຕໍ່ຄວາມເສຍຫາຍໜ້ອຍລົງ ຖ້າເກີດວິກິດເສດຖະກິດ ລວມທັງວິກິດໂຄວິດ-19 ອີກ.
- ເປັນເຄື່ອງມືເອົາຊະນະການແຂ່ງຂັນ ແລະ ແຂ່ງຂັນກັບຍີ່ຫໍ້ໃຫຍ່ໆໄດ້ ເນື່ອງຈາກລະບົບແຟຣນໄຊສ໌ເປັນເຄືອຂ່າຍທຸລະກິດທີ່ມີຮູບແບບການບໍລິຫານງານຄືກັນ, ເປັນມາດຕະຖານດຽວກັນ, ຂາຍສິນຄ້າພາຍໃຕ້ຍີ່ຫໍ້ດຽວກັນ.
- ມີອຳນາດໃນການຊື້ສິນຄ້າ ເຮັດໃຫ້ຕົ້ນທຶນຖືກລົງ ຈາກການສັ່ງຊື້ວັດຖຸດິບ ແລະ ສິນຄ້າຈຳນວນຫລາຍ ຈາກຜູ້ສະໜອງ.
- ໄດ້ຮັບການລາຍງານສະຖານະການຕະຫລາດຈາກຮ້ານສາຂາແຟຣນໄຊສ໌, ຄົນຊື້ ຫລື ລູກຄ້າຈະຫລາຍ ຫລື ໜ້ອຍຈະໄດ້ຮັບການລາຍງານທັນທີຈາກແຟຣນໄຊສ໌ຊີໃນພື້ນທີ່ ຫລື ເບິ່ງຈາກຍອດການຂາຍຂອງສາຂາແຟຣນໄຊສ໌ຊີ.
ນີ້ຄືເຫດຜົນທີ່ຊຸກຍູ້ໃຫ້ທຸລະກິດຍີ່ຫໍ້ນ້ອຍໆ ຫລື ກິດຈະການຂະໜາດນ້ອຍ ຫັນມາຂາຍທຸລະກິດໃນຮູບແບບແຟຣນໄຊສ໌ຫລາຍຂຶ້ນ ເນື່ອງຈາກໃຊ້ເງິນລົງທຶນຂອງຜູ້ຊື້ແຟຣນໄຊສ໌ໃນການຂະຫຍາຍສາຂາ ອີກທັງສາມາດຂະຫຍາຍສາຂາໄດ້ຢ່າງວ່ອງໄວ.

