ລັດຖະມົນຕີກະຊວງແຮງງານມອບເຂົ້າ ແລະ ເຄື່ອງຊ່ວຍເຫລືອຜູ້ປະສົບໄພພິບັດຢູ່ແຂວງໄຊຍະ ແລະ ແຂວງວຽງຈັນ .

ໃນລະຫວ່າງວັນທີ 26 – 28 ສີງຫານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ລົງຊຸກຍູ້ວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ລວມມູນຄ່າ 2 ຕື້ກວ່າກີບ, ພ້ອມໄດ້ຮັບຟັງການສະຫຼຸບລາຍງານສະພາບການໂດຍຫຍໍ້ຈາກຄະນະພະແນກ ຮສສ ແຂວງ, ພ້ອມທັງໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄຊຍະບູລີ ແລະ ແຂວງວຽງຈັນ, ເພີ່ມທະວີຄວາມເອົາໃຈໃສ່ຍົກສູງບົດບາດນຳພາ ແລະ ກໍ່ສ້າງປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ໜັກ
ແໜ້ນ, ໂດຍຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອແນໃສ່ຈຳກັດ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນຕໍ່ໜ້າຈາກການປະຕິບັດໜ້າທີ່ ຂອງຕົນໃນການຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມ ທີ່ຕິດພັນກັບຂະແໜງ ຮສສ ນັບທັງສູນກາງ ແລະ ທ້ອງຖິ່ນ. ລວມທັງການເກັບລາຍຮັບ ແລະການຄຸ້ມຄອງລາຍຈ່າຍ ສະຫຼຸບລາຍງານເປັນປະຈຳ ແນໃສ່ສະກັດກັ້ນການໃຊ້ຈ່າຍເກີນແຜນ, ຈ່າຍບໍ່ຖືກເປົ້າໝາຍ ຫຼື ຈ່າຍບໍ່ແທດກັບຕົວຈິງ; ວຽກແຮງງານ: ໄດ້ສ້າງກົນການພັດທະນາສີມືແຮງງານ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພາກເອກະຊົນ, ສ້າງລະບົບການຈັດຫາວຽກເຮັດງານທໍາ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ຂະຫຍາຍອັດຕາການປົກຫຸ້ມປະກັນສັງຄົມຫຼາຍຂຶ້ນ, ປະຕິບັດການອຸດໜູນປະເພດຕ່າງໆ ແລະ ຄຸ້ມຄອງບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ຢ່າງມີປະສິດທິຜົນ ແລະ ເອົາໃຈໃສ່ຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງ, ເມືອງ ແລະ ບ້ານທີ່ຖືກຜົນກະທົບໃຫ້ທົ່ວເຖິງ ແລະ ວຽກງານເກັບກູ້ລະເບີດບໍ່ທັນແຕກ, ວຽກງານກາແດງໂດຍສະເພາະແມ່ນຕ້ອງໄດ້ອອກແຮງເຄື່ອນໄຫວຮັບບໍລິຈາກເລືອດ ແລະ ເບີກຈ່າຍໃຫ້ບັນດາໂຮງໝໍຕ່າງໆ, ຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດໃຫ້ມີປະສີດທິຜົນ. ສ່ວນເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ສໍາລັບແຂວງໄຊຍະບູລີ ມີເຂົ້າສານໜຽວຈາກກອງທຶນເພື່ອນຮ່ວມງານ KR1 ຫລາຍກວ່າ 147 ໂຕນ ລວມມູນຄ່າ 1,19 ຕື້ກວ່າກີບ, ເຄື່ອງນຸ່ງຫົມ ແລະ ເກີບຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງິນເພື່ອຈັດຊື້ສັງກະສີ ແລະ ເຫຼັກຕະປູ ຈຳນວນ 158 ລ້ານກວ່າກີບ ແລະ ແຂວງວຽງຈັນ ມີເຂົ້າສານໜຽວກວ່າ 141 ໂຕນ ເປັນມູນຄ່າ 1,29 ຕື້ກວ່າກີບ, ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄາ 150 ລ້ານກີບ.


ໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ຍັງໄດ້ເຂົ້າຮວ່ມພິທີມອບ-ຮັບ ໂຄງການກໍ່ສ້າງອາຄານສູນບໍລິການປະກັນສັງຄົມແຫ່ງຊາດ ແຂວງໄຊຍະບູລີ ແລະ ຢ້ຽມຢາມໂຮງງານລາວຊິຊິນ ຜະລິດເປົາ ແລະ ເມັດຢາງ ສົ່ງອອກຢູ່ແຂວງວຽງຈັນອີກດ້ວຍ.

