ກົມອຸຕຸແຈ້ງເຕືອນພາກກາງ-ພາກເໜືອ ກຽມຮັບມືພາຍຸໝຸນເຂດຮ້ອນວາມກໍ 14-17 ພະຈິກນີ້

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໄດ້​ແຈ້ງ​ເຕືອນ​ໄພ​ພາຍຸ​ໝຸນ​ເຂດ​ຮ້ອນ​ ວາ​ມກໍ (STS VAMCO) ຫົວທີ 22 ປະຈໍາປີ 2020 ​ໃນ​ເຂດ​ດ້ານ​ຕາ​ເວັນ​ຕົກ​ຂອງ​ມະ​ຫາ​ສະໝຸດ​ປາຊີ​ຟິກຕອນ​ເໜືອ ​ເຊິ່ງ​​ໃນ​ເວລາ 7 ​ໂມງ 50 ນາທີ ຂອງ​ວັນ​ທີ 12 ພະຈິກ​ນີ້ ມີ​ຈຸດ​ສູນກາງ​ຢູ່​ເສັ້ນຂະໜານ​ທີ 15,2 ອົງສາ​ເໜືອ ​ແລະ ​ເສັ້ນ​ແວງ​ທີ 119,7 ອົງສາ​ຕາ​ເວັນ​ອອກ ພວມ​ເຄື່ອນ​ທີ່​ມາ​ທາງ​ທິດຕາ​ເວັນ​ຕົກ ດ້ວຍ​ຄວາມ​ໄວ 30 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ຄວາມ​ໄວ​ສູງ​ສຸດ​ຢູ່​ໃກ້​ຈຸດ​ສູນ​ກາງຂອງ​ພາຍຸ ​ແມ່ນ 108 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ຄາດ​ຄະ​ເນ​ວ່າ: ພາຍຸ​ຫົວ​ນີ້​ຈະ​ເຄື່ອນ​ຂຶ້ນຝັ່ງ​ທາງ​ພາກ​ກາງຂອງ​ຫວຽດນາມ​ໃນ​ຕອນ​ກາງຄືນ​ຂອງ​ວັນ​ທີ 14 ພະຈິກ​ນີ້ ​ແລະ ຈະ​ສືບ​ຕໍ່​ເຄື່ອນ​ທີ່​ຜ່ານ​ພາກ​ກາງຫາ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ​ຂອງລາວ ​ໃນ​ວັນ​ທີ 15-16 ພະຈິກ​ນີ້ ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຝົນຕົກ​ໃນ​ລະດັບ​ປານ​ກາງຫາ​ຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ໃນ​ວັນ​ທີ 14-17 ພະຈິກ​ນີ້.

ດັ່ງນັ້ນ ຈຶ່ງ​ແຈ້ງ​ເຕືອນ​ເຖິງ​ປະຊາຊົນ ​ແລະ ອົງກາ​ນປົກຄອງ​ທ້ອງ​ຖິ່ນ​ທີ່​ອາ​ໄສ​ຢູ່​ບັນດາ​ແຂວງ​ເຊ​ກອງ, ສາລະ​ວັນ, ສະຫວັນ​ນະ​ເຂດ, ຄຳ​ມ່ວນ, ບໍລິ​ຄຳ​ໄຊ, ​ໄຊ​ສົມບູນ, ຊຽງ​ຂວາງ, ຫົວພັນ ​ແລະ ຫລວງ​ພະ​ບາງ ຈົ່ງ​ມີ​ສະຕິ​ລະມັດລະວັງ​ຕໍ່​ສະພາບ​ຝົນຕົກ ​ແລະ ລົມ​ພັດ​ແຮງ. ພ້ອມ​ນີ້​ໃຫ້​ກະກຽມ​ເກັບ​ມ້ຽນ​ຜົນລະປູກ​ໄວ້​ບ່ອນ​ທີ່​ປອດ​ໄພ ​ແລະ ​ໃຫ້​ຕິດຕາມ​ແຈ້ງ​​ເຕືອນ​ຈາກ​ກົມ​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດຢ່າງ​ຕໍ່​ເນື່ອງ.