ລາວເຮົາບໍ່ມີຜູ້ຕິດເຊື້ອເພີ່ມ

ຄະນະສະເພາະກິດຕ້ານ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ຖະແຫລງໃຫ້ຮູ້ວ່າ: ມາຮອດມື້ນີ້ ວັນທີ 19 ເມສາ ເຖິງວ່າຢູ່ປະເທດເຮົາບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພິ່ມ ແລະ ຖ້າທຽບໃສ່ບັນດາປະເທດໃນຂົງເຂດອາຊຽນກໍຖືວ່າເປັນປະເທດທີ່ມີຜູ້ຕິດເຊື້ອສະສົມຕໍ່າສຸດ ແລະ ກໍບໍ່ມີຜູ້ເສຍຊີວີດ, ແຕ່ເຖິງຢ່າງໃດ ພວກເຮົາກໍບໍ່ຄວນລະເຫຼີງ ແລະ ບໍ່ຖືເບົາໃນການປະຕີບັດມາດຕະການຕ່າງໆທີ່ວາງອອກ ເພາະວ່າໃນສະພາບປັດຈຸບັນນີ້ ການລະບາດຂອງພະຍາດ COVID-19 ຢູ່ໃນໂລກຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ໂດຍສະເພາະຢູ່ບັນດາປະເທດໃກ້ຄຽງເຮົາເຫັນວ່າໃນແຕ່ລະມື້ຍັງມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນສົມທົບກັບໄລຍະນີ້ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດເຂົ້າມາປະເທດເຮົາລວມທັງຜູ້ເດີນທາງເຂົ້າແບບບໍ່ຖືກຕ້ອງ ເຊິ່ງອາດມີຄວາມສ່ຽງຈະແຜ່ລະບາດເຂົ້າມາໃນປະເທດເຮົາກໍເປັນໄດ້.
ສະນັ້ນ, ພວກເຮົາຕ້ອງພ້ອມກັນມີສະຕິລະວັງຕົວ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດດັ່ງກ່າວນີ້ ແລະ ກໍຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸມເປົ້າໝາຍບູລິມະສິດຈະຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈົ່ງໄດ້ພ້ອມກັນໄປສັກວັກຊີນຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.
ອີກເທື່ອໜຶ່ງ ກໍຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຜ່ານຜ່າວິກິດການນີ້ໄປໃຫ້ໄດ້.
ປັດຈຸບັນທົ່ວປະເທດເຮົາມີສູນຈໍາກັດບໍລິເວນທັງໝົດ 47 ສູນ, ມີຜູ້ຈຳກັດບໍລິເວນຢູ່ 3. 272ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19 ຄືໃນວັນທີ 18 ເມສານີ້ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າບໍ່ພົບຜູ້ຕິດເຊື້ອໃໝ່. ສ່ວນຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວມີ 9 ຄົນ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ ຢູ່ໂຮງໝໍມິດຕະພາບ, ແຂວງຈຳປາສັກມີ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ (ຢູ່ສູນປິ່ນປົວຫຼັກ 6) ທຸກຄົນແມ່ນມີສຸຂະພາບຮ່າງກາຍຈິດໃຈສົມບູນ ແລະແຂງແຮງດີ.

