ຜູ້ນຳອີຣານ ແນະນຳທ່ານ ໄບເດນ ແກ້ໄຂຂໍ້ຜິດພາດຂອງທ່ານ ທຣຳ ຢືນຢັນພ້ອມສ້າງການພົວພັນກັບທົ່ວໂລກ

ວັນທີ 8 ພະຈິກນີ້, ສຳນັກຂ່າວຣອຍເຕີ ລາຍງານການຖະແຫລງຂອງທ່ານ ຮຳຊັນ ຣູຮານີ ປະທານາທິບໍດີອີຣານ ທີ່ອອກມາແນະນຳໃຫ້ລັດຖະບານໃໝ່ຂອງອາເມລິກາ ໃຊ້ໂອກາດທີ່ໄດ້ເຂົ້າມາບໍລິຫານງານ ໃນການຊົດເຊີຍຂໍ້ຜິດພາດທີ່ປະທານາທິບໍດີ ໂດນັລ ທຣຳ ເຄີຍເຮັດໄວ້ ຫລັງຮູ້ຂ່າວວ່າ: ທ່ານ ໂຈ ໄບເດນ ເປັນຝ່າຍຊະນະການເລືອກຕັ້ງປະທານາທິບໍດີອາເມລິກາ.
ທ່ານ ຣູຮານີ ເຜີຍວ່າ: ເຖິງວ່າຊາວອາເມລິກາເອງຍັງຄັດຄ້ານນະໂຍບາຍຂອງທ່ານ ທຣຳ ທີ່ສ້າງຄວາມເສຍຫາຍມາຕະຫລອດ, ລັດຖະບານຊຸດຕໍ່ໄປຄວນຈະໃຊ້ໂອກາດນີ້ແກ້ໄຂຂໍ້ຜິດພາດໃນອະດີດ ໂດຍທາງອີຣານກໍຕ້ອງການສ້າງການພົວພັນກັບທົ່ວໂລກ.
ກ່ອນໜ້ານີ້, ທ່ານ ໄບເດນ ເຄີຍໃຫ້ຄຳໝັ້ນວ່າຈະນຳພາອາເມລິກາກັບເຂົ້າຮ່ວມຂໍ້ຕົກລົງນິວເຄຼຍທີ່ເຮັດໄວ້ເມື່ອປີ 2015 ອີກ ຖ້າອີຣານຍອມຮ່ວມມືນຳ ເຊິ່ງໃນຕອນນັ້ນລັດຖະບານທີ່ທ່ານດຳລົງຕຳແໜ່ງຮອງປະທານາທິບໍດີເປັນຜູ້ເຮັດຂໍ້ຕົກລົງນີ້.
2 ປີຜ່ານມາ ການພົວພັນຂອງອາເມລິກາ ແລະ ອີຣານຫລຸດຖອຍລົງຫລາຍ ນັບແຕ່ທ່ານ ທຣຳ ຕັດສິນໃຈອອກຈາກຂໍ້ຕົກລົງດ້ານນິວເຄຼຍ ແລະ ໃຊ້ນະໂຍບາຍຂວ້ຳບາດປະເທດອີຣານ.
ນັບແຕ່ນັ້ນມາ ອີຣານຄ່ອຍໆຫລຸດບົດບາດການຮ່ວມມືໃນຂໍ້ຕົກລົງສະບັບດັ່ງກ່າວ, ແຕ່ຍັງຢືນຢັນວ່າ ພ້ອມຈະກັບໄປຮ່ວມມືອີກ ຖ້າອີກຝ່າຍໃຫ້ຄວາມເຄົາລົບຕໍ່ຜົນປະໂຫຍດຂອງອີຣານ.

