ເຊເຣນາ ປະກາດຫວນຄືນວົງການເຕັນນິດ

ເຊເຣນາ ວິລລຽມ ນັກເຕັນນິດຍິງຄົນດັງ ລະບຸວ່າຈະກັບມາແຂ່ງໃນລາຍການພິເສດ ມູບາດາລາ ເວີລ ເຕັນນິດ ແຊມປ້ຽນຊິບ.
ເຊເຣນາ ວິລລຽມ ນັກເຕັນນິດຍິງຊາວອາເມລິກາ ປະກາດວ່າຈະກັບມາແຂ່ງຂັນອີກຄັ້ງໃນລາຍການພິເສດ ມູບາດາລາ ເວີລ ເຕັນນິດ ແຊມປ້ຽນຊິບ ຢູ່ນະຄອນຫລວງອາບູດາບີ ປະເທດສະຫະນະຄອນ ເອເມຣັດ ອາຣັບ.
ວິລລຽມ ບໍ່ໄດ້ຫລິ້ນລາຍການໃດໆນັບແຕ່ຈົບການແຂ່ງຂັນອົດສະຕຣາລີ ໂອເພັນ ໃນເດືອນມັງກອນຜ່ານມາ ເພາະຕອນນັ້ນລາວຖືພາ ແລະ ຕອນນີ້ລາວພ້ອມທີ່ຈະກັບມາແຂ່ງຂັນອີກ ໂດຍລາວຈະໄດ້ແຂ່ງກັບ ເຢເລນາ ອອສຕາເພນໂກ້ ນັກເຕັນນິດຊາວລັດເວຍ ໃນວັນທີ 30 ທັນວານີ້.

