ລະວັງ! ບໍ່ໃຫ້ຕົກເປັນເຫຍື່ອໄພຄຸກຄາມທາງສື່ອອນລາຍ ແລະ ອາດຊະຍາກໍາທາງລະບົບຄອມພິວເຕີ

ປັດຈຸບັນ ປະເທດເຮົາກໍຄືຫລາຍປະເທດອື່ນໆໃນໂລກ ພວມກ້າວສູ່ຍຸກດິຈິຕອລທີ່ທັນໂລກທັນສະໄໝ ໂດຍນຳໃຊ້ອິນເຕີເນັດເປັນຫລັກເພື່ອຄວາມສະດວກໃນໜ້າທີ່ການງານ ແຕ່ຄຽງຄູ່ກັນນັ້ນກໍປາສະຈາກໄພຄຸກຄາມອາດຊະຍາກໍາທາງລະບົບຄອມພິວເຕີ ແລະ ການກະທໍາຜິດຜ່ານສື່ສັງຄົມອອນລາຍທີ່ກໍ່ໃຫ້ເກີດຄວາມເສຍຫາຍຕ່າງໆ, ນັບທັງຄວາມໜັ້ນຄົງຂອງຊາດ ແລະ ຄວາມສະຫງົບ ປອດໄພຂອງສັງຄົມ, ແຕ່ລະປະເທດກໍມີມາດຕະການໃນການຕ້ານ ແລະ ສະກັດກັ້ນບັນຫາ ຕ່າງໆທີ່ທັງເກີດຈາກຕົວຂອງມັນເອງ ຫຼື ເກີດຈາກນ້ໍາມືຂອງມະນຸດເປັນຜູ້ສ້າງຂຶ້ນ ນັ້ນຄືບັນຫາອາດຊະຍາກໍາທາງ ລະບົບຄອມພິວເຕີ.

ສໍາລັບປະເທດຂອງພວກເຮົາ ກົດຫມາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງຄອມພິວເຕີ ກໍໄດ້ຖືກສ້າງຂື້ນໄດ້ຮັບການຮັບຮອງ ແລະ ຖືກປະກາດໃຊ້ໃນປີ 2015 ກົດຫມາຍສະບັບນີ້ສ້າງຂື້ນ ເພື່ອແນ່ໃສ່ຕ້ານ ແລະ ສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ປົກປ້ອງລະບົບຖານຂໍ້ມູນລະບົບເຊີເວີ, ຂໍ້ມູນທາງດ້ານລະບົບຄອມພິວເຕີ, ຮັບປະກັນຄວາມຫມັ້ນຄົງຂອງຊາດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນກ້າວຫນ້າ ແລະ ຍືນຍົງ.

ດ້ວຍເຫດນີ້ໃນປະມວນກົດຫມາຍອາຍາກໍໄດ້ກໍານົດມີຫຼາຍການກະທໍາ ຜິດທີ່ເປັນອາຊະຍາກໍາທາງຄອມພິວເຕີເປັນຕົ້ນມາດຕາ 170 ແລະ ມາດຕາ 171 ການປອມແປງຂໍ້ມູນທາງລະບົບຄອມພິວເຕີ ໃນມາດຕາ 170 ລະບຸວ່າ: ບຸກຄົນຜູ້ໃດ ຫາກໄດ້ນໍາໃຊ້ໂປຣແກຣມຄອມພິວເຕີ, ໄວຣັດ ຫຼື ເຄື່ອງມືອື່ນ ເພື່ອຂັດຂວາງ ຫຼື ທໍາລາຍການປະຕິບັດງານຂອງລະບົບຄອມພິວເຕີ ໄດ້ສົ່ງຂໍ້ມູນລະບົບຄອມພິວເຕີ ຫຼື ຈົດຫມາຍທາງເອເລັກໂຕຣນິກ ໂດຍມີການປົກປົດທີ່ຢູ່ ຫຼື ແຫຼ່ງທີ່ມາຂອງຜູ້ສົ່ງ ເພື່ອລົບກວນ ແລະ {ຫຼື ທໍາລາຍການ ປະຕິບັດງານຂອງລະບົບຄອມພິວເຕີ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫນື່ງປີ ຫາ ຫ້າປີ ແລະ ຈະຖືກປັບໃຫມແຕ່ 5.000.000 ກີບຫາ 30.000.000 ກີບ. ນອກນີ້ມາດຕາ 171 ລະບຸວ່າ: ບຸກຄົນໃດຫາກໄດ້ນໍາໃຊ້ລະບົບຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກ ເພື່ອປ່ຽນແປງຂໍ້ມູນຄອມພົວເຕີ ດ້ວຍການປ້ອນຂໍ້ມູນ ປ່ຽນແປງຂໍ້ມູນການປອມທີ່ຢູ່ທາງເອເລັກໂຕຣນິກ ຫຼື ລືບຂໍ້ມູນໃນລະບົບຄອມພິວເຕີ ທີ່ສົ່ງຜົນໃຫ້ຂໍ້ມູນທຸລະກໍາທາງການເງິນທາງການຄ້າ, ຄວາມລັບ ແລະ ຂໍ້ມູນອື່ນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ ຫຼື ດ້ວຍການສ້າງເວັບໄຊປອມ ເພື່ອຫຼອກລວງການຫຼອກລວງໃຫ້ຜູ້ນໍາໃຊ້ລະບົບຄອມພິວເຕີ ຫຼື ອິນເຕີເນັດປ້ອນຂໍ້ມູນບັນຊີເງິນຝາກ, ລະຫັດ, ບັດເຄຣດິດ ລະຫັດນໍາໃຊ້ອິນເຕີເນັດ ແລະ ຂໍ້ມູນອື່ນຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫນື່ງປີ ຫາ ຫ້າປີ ແລະ ຈະຖືກປັບໃຫມແຕ່ 5.000.000 ກີບຫາ 30.000.0000 ກີບ.

ດັ່ງນັ້ນ, ຖ້າໃຜພົບຕົກເປັນເຫຍື່ອຂອງໄພຄຸກຄາມດັ່ງກ່າວກໍສາມາດສົ່ງຄໍາຮ້ອງຂໍຄວາມຊ່ວຍເຫຼືອ ຫຼື ແຈ້ງເຫດ ມາໄດ້ຜ່ານສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ທີ່ມີຊື່ວ່າ ສູນລາວເຊີດ ຫຼື ຫນ່ວຍງານທີ່ກ່ຽວຂ້ອງໂດຍສະເພາະແມ່ນອົງການສືບສວນ-ສອບ ສວນຂອງເຈົ້າຫນ້າທີ່ຕໍາຫຼວດ ຫຼື ອົງການໄອຍະການປະຊາຊົນເພື່ອດໍາເນີນຄະດີຕາມຂະບວນການຂອງກົດຫມາຍ.