ເຮືອນປະຊາຊົນ 2 ຫລັງເຂດບ້ານວຽງຈະເລີນ ຖືກໄຟໄໝ້ເສຍຫາຍມູນຄ່າ 350 ລ້ານກີບ

ວັນທີ 18 ທັນວາ 2021 ໄດ້ເກີດເຫດການໄຟໄໝ້ເຮືອນປະຊາຊົນຢູ່ເຂດບ້ານວຽງຈະເລີນເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສົ່ງຜົນເຮັດໃຫ້ເຮືອນ 2 ຫລັງເສຍຫາຍໃນນີ້, ເສຍຫາຍໝົດກ້ຽງ 1 ຫລັງ ແລະ ອີກ 1 ຫລັງ ໄໝ້ ແລະ ເສຍຫາຍ 2 ຫ້ອງ.
ເຈົ້າໜ້າທີ່ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງ ປກສ ໃຫ້ຮູ້ວ່າ: ເວລາ 12:00 ໂມງຂອງວັນທີ 18 ທັນວາ ໄຟໄດ້ໄໝ້ເຮືອນຂອງນາງ ຂັນທະລີ ອາຍຸ 60 ປີ ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນເຮືອນ 2 ຊັ້ນ ເຄິ່ງກໍ່-ເຄິ່ງໄມ້, ຈາກນັ້ນ ໄດ້ໄໝ້ລາມໄປໃສ່ເຮືອນໃກ້ຄຽງ (ໄໝ້ 2 ຫ້ອງ). ຜ່ານການກວດກາ, ໄຟເກີດຢູ່ເທິງເພດານຊັ້ນ 2 ຂອງເຮືອນນາງ ຂັນທະລີ ເສຍຫາຍໝົດຫລັງ, ຈາກນັ້ນໄດ້ລາມໄປໃສ່ເຮືອນໃກ້ຄຽງເສຍຫາຍ 2 ຫ້ອງ; ເຊິ່ງເຫດໄຟໄໝ້ສ້າງຄວາມເສຍຫາຍເບື້ອງຕົ້ນ 350.000.000 ກີບ, ສຳລັບສາເຫດຢູ່ໃນຂັ້ນຕອນສືບສວນ-ສອບສວນ.

