ນຳສະເໜີ ແຜນຜັງຕົວເມືອງນະຄອນຫລວງວຽງຈັນ ສະບັບທີ 3 ກວມເນື້ອທີ່ 61.600 ເຮັກຕາ ຕໍ່ກອງປະຊຸມສະພາ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນສະເໜີແຜນຜັງລວມຕົວເມືອງນະຄອນຫລວງວຽງຈັນ ສະບັບທີ 3 ພາຍຫລັງສຶກສາຄົ້ນຄວ້າມາເປັນເວລາເກືອບ 9 ເດືອນໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເພື່ອປະກອບຄຳເຫັນ ແລະ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນຂອງສະພາຊຸດນີ້ ທີ່ພວມດຳເນີນຢູ່ໃນປັດຈຸບັນ ເພື່ອຕອບສະໜອງໃຫ້ແກ່ການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມ, ການເພີ່ມຂຶ້ນຂອງປະຊາກອນ ແລະ ຄວາມຮຽກຮ້ອງຕ້ອງການຂອງການນຳໃຊ້ທີ່ດິນເພື່ອການພັດທະນາ.
ການວາງແຜນຜັງສະບັບນີ້ ກວມເອົາເນື້ອທັງໝົດ 61.600 ເຮັກຕາ ເທົ່າກັບ 16% ຂອງເນື້ອທີ່ນະຄອນຫລວງວຽງຈັນ ເຊິ່ງເພີ່ມຂຶ້ນຈາກສະບັບທີ 2 ປະມານ 3 ເທົ່າ ໂດຍກວມເອົາ 288 ບ້ານທີ່ນອນຢູ່ໃນເມືອງຈັນທະບູລີ, ສີສັດຕະນາກ ແລະ ສ່ວນໜຶ່ງຂອງເມືອງສີໂຄດຕະບອງ, ໄຊເຊດຖາ, ຫາດຊາຍຟອງ, ນາຊາຍທອງ ແລະ ໄຊທານີ ເພື່ອໃຫ້ສອດຄ່ອງກັບວິໄສທັດການພັດທະນານະຄອນຫລວງວຽງຈັນໃນໄລຍະໃໝ່ ໃນການສ້າງນະຄອນຫລວງໃຫ້ເປັນນະຄອນໜ້າຢູ່, ນະຄອນຍືນຍົງ ແລະ ນະຄອນອັດສະລິຍະ ກໍຄືການສ້າງຕົວເມືອງວຽງຈັນໃຫ້ກາຍເປັນສູນກາງແຫ່ງຊາດຮອບດ້ານ, ສູນກາງການເຊື່ອມໂຍງກັບສາກົນ ແລະ ອານຸພາກພື້ນ ແລະ ຕົວເມືອງນິເວດເປັນມິດກັບສິ່ງແວດລ້ອມທຳມະຊາດ.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີຈຸດສຸມ ແລະ ບັນລຸຕາມເປົ້າໝາຍ ຈຶ່ງໄດ້ກຳນົດໂຄງການບູລິມະສິດທັງໝົດ 79 ໂຄງການ ແລະ 7 ແຜນງານໃຫຍ່ຄື: ແຜນງານພັດທະນາດ້ານກາຍະພາບ ແລະ ໂຄງສ້າງຕົວເມືອງ, ແຜນງານພັດທະນາຂະຫຍາຍພື້ນຖານໂຄງລ່າງ ແລະ ການສັນຈອນ, ແຜນງານພັດທະນາເຂດນຳໃຊ້ທີ່ດິນ, ແຜນງານພັດທະນະດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ແຜນງານພັດທະນາດ້ານສິ່ງແວດລ້ອມຕົວເມືອງ, ແຜນງານພັດທະນາຄອງນ້ຳ ຫລື ລະບົບລະບາຍນ້ຳຕົວເມືອງ ແລະ ແຜນງານພັດທະນາດ້ານວຽກງານປັບປຸງການຈັດຕັ້ງ, ການພັດທະນາບຸດຄະລາກອນ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ. ແຜນງານສະບັບນີ້ແມ່ນໄດ້ຮັບການຊ່ວຍເຫລືອທາງດ້ານວິຊາການຈາກອົງການໄຈກາ ປະເທດຍີ່ປຸ່ນ.
ແຜນຜັງລວມຕົວເມືອງນະຄອນຫລວງວຽງຈັນ ສະບັບທີ 1 ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ຢ່າງເປັນທາງການ ໃນປີ 1991 ໂດຍມີເນື້ອທີ່ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ຈັນທະບູລີ, ສີສັດຕະນາກ, ໄຊເຊດຖາ ແລະ ສີໂຄດຕະບອງ, ສ່ວນສະບັບທີ 2 ໄດ້ຖືກຮອງຮັບໃນປີ 2002 ໂດຍມີເນື້ອທີ່ 20.950 ເຮັກຕາ ກວມເອົາ 180 ບ້ານ.

