ສິນຄ້າກະສິກໍາທີ່ຕ້ອງການໃຫ້ຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ເຂົ້າມາ ສປປ ລາວ

ທ່ານ  ເພັດ ພົມພີພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລາຍງານຕໍ່ກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງກະສິກໍາ ແລະ ປ່າໄມ້ ຄັ້ງທີ I ປີ 2023 ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 15 ກັນຍາ 2023 ຮູ້ວ່າ: ລາຍການສິນຄ້າກະສິກໍາທີ່ຕ້ອງການໃຫ້ຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ເຂົ້າມາ ສປປ ລາວ ລວມມີ: ພືດ ແລະ ຜະລິດຕະພັນພືດ ແລະ ສັດ ແລະ ຜະລິດຕະພັນສັດ ເຊິ່ງມີລາຍລະອຽດ ດັ່ງນີ້:

+ ພືດ ແລະ ຜະລິດຕະພັນພືດ: ປະກອບມີ 11 ລາຍການ ຄື: ຜັກກະລໍ່າປີດອກຂຽວ (ຜັກບັອກເຄີລີ), ຜັກກະລໍ່າປີດອກຂາວ, ຫົວຜັກທຽມຫົວຜັກບົ່ວ, ຜັກເຊີນາລີ, ໝາກເຜັດໃຫຍ່, ໝາກເລັ່ນ, ຫົວຜັກກາດຂາວ, ຫົວກະລົດ,

ມັນຝຣັ່ງ ແລະ ຫົວບີທູດ (Beetroot).

+ ສັດ ແລະ ຜະລິດຕະພັນສັດ:

– ຊີ້ນເກຣດ Premium ຂອງຊີ້ນງົວ, ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ພັດຕະຄານ ຫຼື ໂຮງແຮມໃຫຍ່

– ຕ່ອນນໍ້າມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນໍາມາປຸງແຕ່ງຮັບໃຊ້ບໍລິສັດ ຫຼື ໂຄງການສະເພາະໃດໜຶ່ງ

– ອາຫານທະເລ ແມ່ນອະນຸຍາດໃຫ້ນໍາເຂົ້າ ແຕ່ໃຫ້ມີມາດຕະການຄຸ້ມຄອງ ຮ່ວມກັບບັນດາແຂວງໃຫ້ຮັດກຸມ ໂດຍການພິຈາລະນາອະນຸຍາດ ກໍານົດເປັນໂຄຕ້າສະເພາະ ແລະ ເປັນແຕ່ລະໄລຍະຕາມແຜນ ແລະ ຄວາມຈໍາເປັນໂຕຈິງເທົ່ານັ້ນ.

ນອກນັ້ນທ່ານຍັງໃຫ້ຮູ້ຕື່ມວ່າ: ການຜະລິດເພື່ອຄໍ້າປະກັນທາງດ້ານສະບຽງອາຫານຢູ່ລາວໃນໄລຍະຜ່ານມາ ແມ່ນສຸມໃສ່ຜະລິດສະບຽງອາຫານ ໂດຍສາມາດປະຕິບັດໄດ້ທັງໝົດ 6,53 ລ້ານໂຕນ/ປີ. ໃນນັ້ນ, ການຜະລິດເຂົົ້າ ປະຕິບັດໄດ້ ສະເລ່ຍ 3,72 ລ້ານໂຕນ/ປີ, ການຜະລິດພືດສະບຽງອາຫານ  ປະຕິບັດໄດ້ ສະເລ່ຍ 2,31 ລ້ານໂຕນ/ປີ ແລະ ຜະລິດສະບຽງອາຫານປະເພດ ຊີ້ນ, ໄຂ່ ແລະ ປາ: ປະຕິບັດໄດ້ 507.644 ໂຕນ ເຮັດໃຫ້ອັດຕາການບໍລິໂພກ ສະເລ່ຍ 68,2 ກິໂລ/ຄົນ/ປີ.

ສັງລວມແລ້ວ ແມ່ນສາມາດຄໍ້າປະກັນໄດ້ທາງດ້ານສະບຽງອາຫານໂດຍພື້ນຖານ ແລະ ເຫລືອແຮໄວ້ຈໍານວນໜຶ່ງ. ຢ່າງໃດກໍຕາມ, ເຖິງວ່າ ສປປ ລາວ ສາມາດກຸ້ມຕົນເອງໂດຍພື້ນຖານສໍາລັບສະບຽງອາຫານ ແຕ່ເຫັນວ່າລາຄາຍັງແພງ, ການຜະລິດ ແລະ ການສະໜອງ ຍັງເປັນລັກສະນະລະດູການ, ຂອດການດຸນດ່ຽງ ແລະ ການຈໍລະຈອນສິນຄ້າ ຍັງພົບກັບຄວາມຫຍຸ້ງຍາກ ຈຶ່ງມີການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃປະເທດ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການ ແລະ ຜູ້ຜະລິດພາຍໃນປະເທດ.