ເກົາຫຼີໄຕ້ ເສຍຊີວິດ 83 ສົບແລ້ວ ຫຼັງສັກວັກຊີນ ກັນໄຂ້ຫວັດ

ອົງການຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໄຕ້(KDCA) ລາຍງານເມື່ອວັນທີ 31 ຕຸລາວ່າ ເກົາຫຼີໄຕ້ມີຜູ້ເສຍຊີວິດຈາກການສັກວັກຊີນກັນໄຂ້ຫວັດລວມແລ້ວ 83 ສົບ.
ລາຍງານລະບຸວ່າ ຜູ້ເສຍຊີວິດສ່ວນໃຫ່ຍ ແມ່ນຜູ້ສູງອາຍຸ. ມີ 37 ຄົນຢູ່ໃນລະຫວ່າງອາຍຸປະມານ 70 ປີ ແລະ 34 ໃນລະຫວ່າງອາຍຸແຕ່ 80 ປີຂຶ້ນເມືອ, ອີກ 4 ຄົນອາຍຸ 60 ປີ ແລະ 8 ຄົນອາຍຸຕໍ່າກ່ວາ 60 ປີ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ການແພດອອກມາຢືນຢັນຫຼາຍເທື່ອວ່າ ບໍ່ມີຂໍ້ມູນໃດໆ ທີ່ຊີ້ໃຫ້ເຫັນຫານເສຍຊີວິດກ່ຽວຂ້ອງກັບວັກຊີນຕ້ານໄຂ້ຫວັດ. ນາຍົກລັດຖະມົນຕີ ເກົາຫຼີໄຕ້ ຮຽກຮ້ອງໃຫ້ມີການກວດສອບໃນທ້າຍອາທິດທີ່ຜ່ານມາ ແລະ ກ່ອນໜ້ານັ້ນ ສະມາຄົມການແພດຂອງເກົາຫຼີໄຕ້ກໍໄດ້ຮຽກຮ້ອງໃຫ້ ກຸງໂຊລ ຢຸດຕິໂຄງການສັກວັກຊີນໄວ້ກ່ອນ ເພື່ອຖ້າການພິສູດຢ່າງເປັນທາງການ.
ໃນຂະນະນີ້ ມີປະຊາຊົນເກົາຫຼີໄຕ້ ສັກວັກຊີນຕ້ານໄຂ້ຫວັດໄປແລ້ວ 11,5 ລ້ານຄົນ ຕາມໂຄງການຂອງລັດຖະບານ.

