ຫລາຍປະເທດເອີຣົບປະທ້ວງມາດຕະການເຂັ້ມງວດໂຄວິດ ບັງຄັບສັກວັກຊີນ ຂະນະທີ່ຝຣັ່ງຜ່ານກົດໝາຍ ບັດຜ່ານວັກຊີນ ຫລັງໂຄວິດລະບາດໜັກ

ປະຊາຊົນໃນຫລາຍປະເທດຂອງເອີຣົບຕ່າງອອກມາຮ່ວມຊຸມນຸມປະທ້ວງໃນວັນທີ 16 ມັງກອນ ເພື່ອຕໍ່ຕ້ານແນວທາງຂອງລັດຖະບານໃນການກຳນົດມາດຕະການທີ່ເຂັ້ມງວດ ເພື່ອຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງໂຄວິດ ແລະ ການປຸກລະດົມໃຫ້ປະຊາຊົນເລັ່ງສັກວັກຊີນ ລວມທັງການບັງຄັບໃຊ້ບັດຜ່ານວັກຊີນ.

ໂດຍເນເທີແລນ ເຊິ່ງເປັນໜຶ່ງໃນປະເທດເອີຣົບທີ່ຜະເຊີນການລະບາດຂອງໂຄວິດຮອບໃໝ່ ແລະ ມີການປະກາດໃຊ້ມາດຕະການລັອກດາວຢ່າງເຂັ້ມງວດມາກວ່າ 1 ເດືອນ ພົບວ່າມີປະຊາຊົນຫລາຍພັນຄົນອອກມາຊຸມນຸມປະທ້ວງໃນນະຄອນຫລວງອຳສະເຕີດຳ ເພື່ອຕໍ່ຕ້ານມາດຕະການລັອກດາວ ແລະ ການເຂັ້ມງວດປ້ອງກັນໂຄວິດຂອງລັດຖະບານ.

ເຊິ່ງກຸ່ມຜູ້ປະທ້ວງພາກັນຖືປ້າຍ ແລະ ຄັນຮົ່ມສີເຫລືອງອອກມາຊຸມນຸມ ແລະ ຍັງມີກຸ່ມກະສິກອນທີ່ໄດ້ຮັບຄວາມເດືອດຮ້ອນ ຂັບລົດເທັກເຕີເຂົ້າສູ່ອຳສເຕີດຳ ເພື່ອຮ່ວມປະທ້ວງຢູ່ຈະຕຸລັດໃຈກາງເມືອງ. ນອກຈາກນີ້ ຍັງມີການຈັດຊຸມນຸມປະທ້ວງຕໍ່ຕ້ານມາດຕະການປ້ອງກັນໂຄວິດຂອງລັດໃນຫລາຍພື້ນທີ່ທົ່ວປະເທດ.

ການປະທ້ວງດັ່ງກ່າວເກີດຂຶ້ນທ່າມກາງສະຖານະການການລະບາດໃນເນເທີແລນທີ່ກັບມາທະວີຄວາມຮຸນແຮງທ່າມກາງການລະບາດຂອງໂຄວິດສາຍພັນເດວຕາ ແລະ ໂອມິຄຣອນ ໂດຍມີຜູ້ຕິດເຊື້ອເພີ່ມສູງເປັນສະຖິຕິໃໝ່ສະເລ່ຍວັນລະ 30.000 ກວ່າຄົນໃນອາທິດຜ່ານມາ.

ຂະນະທີ່ລັດຖະບານໄດ້ທະຍອຍຍົກເລີກການລັອກດາວແລ້ວໃນບາງສ່ວນ ແລະ ອະນຸຍາດໃຫ້ຮ້ານຄ້າ, ຮ້ານຕັດຜົມ ແລະ ສູນອອກກຳລັງກາຍກັບມາເປີດໄດ້ອີກ.

ສ່ວນຢູ່ຮົງກາລີ ປະຊາຊົນ 1.000 ກວ່າຄົນ ຮ່ວມເດີນຂະບວນປະທ້ວງຕໍ່ຕ້ານການບັງຄັບສັກວັກຊີນໃນນະຄອນຫລວງບູດາເປສ ເຊິ່ງການເດີນຂະບວນຈັດຂຶ້ນໂດຍກຸ່ມເຄື່ອນໄຫວຂວາຈັດ Our Homeland Movement ທີ່ພະຍາຍາມປຸກລະດົມຕໍ່ຕ້ານການບັງຄັບສັກວັກຊີນກ່ອນຈະມີການເລືອກຕັ້ງທົ່ວໄປຂຶ້ນໃນວັນທີ 3 ເມສານີ້.

ທັງນີ້, ລັດຖະບານຮົງກາລີໄດ້ເລີ່ມຕົ້ນບັງຄັບສັກວັກຊີນສຳລັບປະຊາກອນໃນກຸ່ມຄູ ແລະ ບຸກຄະລາກອນທາງການແພດ ຫລັງຈາກສະຖານະການການລະບາດຂອງໂຄວິດຮຸນແຮງຂຶ້ນອີກ ໂດຍມີຈຳນວນຜູ້ຕິດເຊື້ອເພີ່ມສູງທ່າມກາງການລະບາດຂອງໂອມິຄຣອນ ເຊິ່ງລັດຖະບານຍັງໄດ້ເດີນໜ້າສັກວັກຊີນເຂັມກະຕຸ້ນ ແລະ ໄດ້ເລີ່ມສັກວັກຊີນເຂັມກະຕຸ້ນເຂັມທີ 4 ໃຫ້ປະຊາຊົນບາງກຸ່ມ.

ປັດຈຸບັນ ຮົງກາລີມີອັດຕາການສັກວັກຊີນປ້ອງກັນໂຄວິດປະມານ 60% ໂດຍມີປະມານ 6 ລ້ານຄົນທີ່ໄດ້ຮັບການສັກວັກຊີນຄົບ 2 ເຂັມ ແລະ 3,3 ລ້ານຄົນທີ່ໄດ້ຮັບການສັກວັກຊີນເຂັມກະຕຸ້ນ ເຊິ່ງຂ້ອນຂ້າງໜ້ອຍເມື່ອທຽບໃສ່ປະເທດໃນເອີຣົບຕາເວັນຕົກອື່ນໆ.

ເຊັ່ນດຽວກັບຢູ່ມອລຕາ ເຊິ່ງເປັນປະເທດຂະໜາດນ້ອຍສຸດໃນກຸ່ມ EU ວັນທີ 16 ມັງກອນ ກໍມີປະຊາຊົນຫລາຍຮ້ອຍຄົນເຂົ້າຮ່ວມຊຸມນຸມປະທ້ວງຢູ່ນະຄອນຫລວງວັລເລດຕາ ເພື່ອຕໍ່ຕ້ານມາດຕະການເຂັ້ມງວດປ້ອງກັນໂຄວິດ ໂດຍສະເພາະການບັງຄັບໃຊ້ໃບຮັບຮອງສັກວັກຊີນເພື່ອເຂົ້າໃຊ້ບໍລິການໃນສະຖານທີ່ສາທາລະນະຕ່າງໆເຊັ່ນ: ຮ້ານອາຫານ, ສູນອອກກຳລັງກາຍ ແລະ ຮ້ານບັນເທີງ.

ເຊິ່ງຜູ້ປະທ້ວງຫລາຍຄົນຖືປ້າຍຕໍ່ຕ້ານການບັງຄັບສັກວັກຊີນ ໂດຍລະບຸວ່າ: “ເສລີພາບ”, “ບໍ່ເອົາບັດຜ່ານ”, “ວັກຊີນຄືຢາພິດ” ແລະ “ຮ່າງກາຍຂອງຂ້ອຍບໍ່ແມ່ນຂອງລັດ”.

ເຖິງຢ່າງໃດກໍຕາມ, ມອລຕາຖືເປັນໜຶ່ງໃນປະເທດ EU ທີ່ມີອັດຕາສັກວັກຊີນໃຫ້ປະຊາຊົນສູງທີ່ສຸດ ແລະ ມີປະຊາກອນກຸ່ມຜູ້ໃຫຍ່ເກືອບ 3 ໃນ 4 ທີ່ໄດ້ເຂົ້າຮັບການສັກວັກຊີນເຂັມກະຕຸ້ນແລ້ວ ເຊິ່ງ ຄຣິສ ຟຽນ ລັດຖະມົນຕີສາທາລະນະສຸກຂອງມອລຕາ ປົກປ້ອງມາດຕະການບັດຜ່ານວັກຊີນທີ່ເລີ່ມບັງຄັບໃຊ້ໃນວັນທີ 17 ມັງກອນ ໂດຍຊີ້ວ່າມີຄວາມຈຳເປັນໃນການປ້ອງກັນການລະບາດຂອງໂອມິຄຣອນທີ່ຕອນນີ້ພົບໃນຜູ້ຕິດເຊື້ອໃໝ່ຫລາຍກວ່າ 90%.

ຂະນະດຽວກັນດ ຢູ່ຝຣັ່ງໃນວັນທີ 16 ມັງກອນ ລັດຖະສະພາຝຣັ່ງມີມະຕິຮັບຮອງກົດໝາຍສະບັບໃໝ່ ເພື່ອຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງໂຄວິດຢ່າງເຂັ້ມງວດ ເຊິ່ງລວມທັງກົດໝາຍບັດຜ່ານວັກຊີນທີ່ຜະເຊີນກະແສຕໍ່ຕ້ານຈາກກຸ່ມຜູ້ປະທ້ວງຈຳນວນບໍ່ໜ້ອຍ.

ໂດຍສະພາຜູ້ແທນລາສະດອນຝຣັ່ງລົງມະຕິດ້ວຍຄະແນນສຽງ 215 ຕໍ່ 58 ສຽງ ເຫັນພ້ອມໃຫ້ຮັບຮອງກົດໝາຍສະບັບໃໝ່ດັ່ງກ່າວທີ່ຈະເລີ່ມມີຜົນບັງຄັບໃຊ້ໃນມໍ່ໆນີ້ ເຊິ່ງພາຍໃຕ້ກົດໝາຍສະບັບໃໝ່ນີ້ ປະຊາຊົນຈຳເປັນຕ້ອງມີໃບຮັບຮອງການສັກວັກຊີນໃນການເຂົ້າສະຖານທີ່ສາທາລະນະຕ່າງໆ ທັງຮ້ານອາຫານ, ຮ້ານກາເຟ, ໂຮງຮູບເງົາ ແລະ ລົດໄຟໂດຍສານໄລຍະທາງໄກ.

ເຊິ່ງກົດໝາຍສະບັບເກົ່າທີ່ໃຊ້ຢູ່ໃນປັດຈຸບັນ ຍັງອະນຸຍາດໃຫ້ປະຊາຊົນທີ່ບໍ່ສັກວັກຊີນສາມາດເຂົ້າໃຊ້ບໍລິການສະຖານທີ່ສາທາລະນະຕ່າງໆໄດ້ ໂດຍມີພຽງຜົນກວດໂຄວິດເປັນລົບ.

ທັງນີ້, ໃນວັນທີ 15 ມັງກອນ ມີປະຊາຊົນຫລາຍພັນຄົນອອກໄປຊຸມນຸມປະທ້ວງຕໍ່ຕ້ານການລົງມະຕິກົດໝາຍສະບັບໃໝ່ນີ້ ທັງໃນນະຄອນຫລວງປາຣີສ ແລະ ຫລາຍເມືອງ, ແຕ່ເປັນໜ້າສັງເກດວ່າ ຈຳນວນຜູ້ຊຸມນຸມນັ້ນຫລຸດລົງຢ່າງຊັດເຈນເມື່ອທຽບໃສ່ອາທິດກ່ອນ.

ຂະນະທີ່ຝຣັ່ງມີປະຊາກອນທີ່ເຂົ້າຮັບການສັກວັກຊີນແລ້ວເກືອບ 78% ໂດຍສະຖານະການການລະບາດຂອງໂຄວິດຮອບ 5 ພາຍໃນປະເທດນັ້ນທະວີຄວາມຮຸນແຮງຈາກການແພ່ລະບາດຂອງໂອມິຄຣອນ ເຊິ່ງສົ່ງຜົນໃຫ້ຜູ້ຕິດເຊື້ອແຕ່ລະວັນເພີ່ມສູງສຸດເກີນວັນລະ 300.000 ຄົນ.

ອ້າງອີງ:

https://www.reuters.com/…/protest-netherlands-against…/

https://www.reuters.com/…/anti-vaccine-far-right-rally…/

https://www.reuters.com/…/malta-sees-biggest-protest…/

https://www.reuters.com/…/french-parliament-approves…/