ທ່ານ ທຣຳ ຕັດສິດ GSP ສິນຄ້າໄທເພີ່ມ ມີຜົນ 30 ທັນວານີ້ ເຫດບໍ່ຍອມເປີດຕະຫລາດຊີ້ນໝູຈາກອາເມລິກາ

ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາ ປະກາດຕັດສິດພິເສດທາງພາສີ (GSP) ສິນຄ້າໄທທີ່ສົ່ງອອກໄປອາເມລິກາເພີ່ມອີກ ມູນຄ່າປະມານ 817 ລ້ານໂດລາສະຫະລັດ ໂດຍສິນຄ້າສົ່ງອອກຈາກໄທທີ່ໄດ້ຮັບຜົນກະທົບເຊັ່ນ: ຊິ້ນສ່ວນລົດຍົນ, ຜະລິດຕະພັນເອເລັກໂຕຣນິກ, ອາຫານອົບແຫ້ງ ແລະ ເຄື່ອງຄົວອາລູມີນຽມ ເປັນຕົ້ນ.
ຂະນະທີ່ຫລາຍຝ່າຍເບິ່ງວ່າ: ການຕັດສິດ GSP ສິນຄ້າໄທເທື່ອນີ້ ອາດຈະມີເຫດຜົນມາຈາກກໍລະນີໄທບໍ່ຍອມເປີດຕະຫລາດຊີ້ນໝູ ແລະ ເຄື່ອງໃນຈາກອາເມລິກາ.
ໂດຍໃນຕົ້ນປີຜ່ານມາ, ລັດຖະບານອາເມລິກາຫາກໍປະກາດຕັດ GSP ສິນຄ້າໄທມູນຄ່າ 1.300 ກວ່າລ້ານໂດລາສະຫະລັດ ເຊິ່ງໃນອະດີດໄທເຄີຍໄດ້ຮັບສິດພິເສດທາງພາສີ (GSP) ເປັນມູນຄ່າເຖິງ 4.400 ລ້ານໂດລາສະຫະລັດ.
ສຳລັບສິດພິເສດທາງພາສີ (GSP) ເປັນໂຄງການທີ່ໜ່ວຍງານການຄ້າຂອງອາເມລິກາເລີ່ມດຳເນີນງານມາແຕ່ທົດສະວັດທີ 1970 ເພື່ອອຳນວຍຜົນປະໂຫຍດໃຫ້ສິນຄ້າຈາກປະເທດກຳລັງພັດທະນາເຂົ້າເຖິງຕະຫລາດອາເມລິກາ ໂດຍມີເງື່ອນໄຂວ່າ: ປະເທດທີ່ໄດ້ຮັບສິດດັ່ງກ່າວຈະຕ້ອງພັດທະນາສິດແຮງງານໃນປະເທດ.

