ຜູ້ບໍລິຫານ Pfizer ແນະນຳ ສັກວັກຊີນປ້ອງກັນໂຄວິດ-19 ປີລະ 1 ຄັ້ງດີກວ່າສັກກະຕຸ້ນເລື້ອຍໆ

ຜູ້ບໍລິຫານຂອງ Pfizer ແນະນຳໃຫ້ສັກວັກຊີນປ້ອງກັນໂຄວິດ-19 ປີລະ 1 ຄັ້ງ ແທນການສັກວັກຊີນເຂັມກະຕຸ້ນທຸກ 4-5 ເດືອນ. ພ້ອມກຽມຍື່ນຂໍອະນຸມັດວັກຊີນທີ່ພັດທະນາສຳລັບຮັບມືສາຍພັນໂອມິຄຣອນເລີ່ມຜະລິດມີນານີ້.

ວັນທີ 23 ມັງກອນ 2022, ສຳນັກຂ່າວຣອຍເຕີ ລາຍງານວ່າ: ອັລເບິກ ບູຣ໌ລາ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດໄຟເຊີ ລະບຸວ່າ: ການສັກວັກຊີນປ້ອງກັນໂຄວິດ-19 ປີລະ 1 ຄັ້ງ ດີກວ່າການສັກວັກຊີນເຂັມກະຕຸ້ນທຸກໆ 4-5 ເດືອນ ເນື່ອງຈາກການວັກຊີນປີລະ 1 ຄັ້ງງ່າຍຕໍ່ການຈົດຈຳ ແລະ ການຊັກຊວນໃຫ້ປະຊາຊົນມາເຂົ້າຮັບວັກຊີນ.

ຄຳແນະນຳຂອງຜູ້ບໍລິຫານໄຟເຊີ ມີຂຶ້ນຫລັງຈາກຫລາຍປະເທດເລີ່ມປັບໄລຍະເວລາການສັກວັກຊີນກະຕຸ້ນໃຫ້ໄວຂຶ້ນ ຮັບມືການແພ່ລະບາດຂອງໂຄວິດ-19.

ຂະນະທີ່ໄຟເຊີກຽມຂໍອະນຸມັດວັກຊີນທີ່ໄດ້ຮັບການພັດທະນາ ເພື່ອຮັບມືເຊື້ອສາຍພັນໂອມິຄຣອນ ແລະ ເລີ່ມຜະລິດຢ່າງໄວທີ່ສຸດໃນເດືອນມີນານີ້ ເຊິ່ງຜົນການສຶກສາປະສິດທິພາບວັກຊີນໄຟເຊີ ສະແດງໃຫ້ເຫັນວ່າ: ວັກຊີນຍັງມີປະສິດທິພາບໃນການຫລຸດອາການໜັກ ແລະ ເສຍຊີວິດຈາກການຕິດເຊື້ອສາຍພັນໂອມິຄຣອນໄດ້.

ສ່ວນສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ ລະບຸວ່າ: ການສັກວັກຊີນຊະນິດ mRNA ເປັນວັກຊີນເຂັມທີ 3 ມີປະສິດທິພາບປ້ອງກັນການເຂົ້າໂຮງໝໍສູງເຖິງ 90%.

ສ່ວນຜົນການສຶກສາຂອງສະຖາບັນການແພດໃນອິດສະລາແອນ ພົບວ່າ: ການສັກວັກຊີນຊະນິດດັ່ງກ່າວເປັນເຂັມກະຕຸ້ນເຂັມທີ 2 ຫລື ເປັນວັກຊີນເຂັມທີ 4 ສາມາດກະຕຸ້ນໃຫ້ຮ່າງກາຍສ້າງສານພູມຕ້ານທານໄດ້ຫລາຍກວ່າການສັກເຂັມ 3 ເຖິງວ່າຍັງບໍ່ພຽງພໍຈະປ້ອງກັນການຕິດເຊື້ອສາຍພັນໂອມິຄຣອນກໍຕາມ.