ກວດສອບເຫັນລາຍຮັບບໍ່ມອບເຂົ້າງົບປະມານຫລາຍກວ່າ 337 ຕື້ກີບ

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລານີ້ວ່າ: ໄດ້ກວດສອບເຫັນລາຍຮັບເພີ່ມທີ່ບໍ່ມອບເຂົ້າງົບປະມານແຫ່ງລັດຫລາຍກວ່າ 337 ຕື້ກີບ, ໃນນັ້ນ ຂັ້ນສູນກາງມີ 194,15 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 142,86 ຕື້ກີບ ຄື: ລາຍຮັບສ່ວຍສາອາກອນຫລາຍກວ່າ 187 ຕື້ກີບ, ໃນນັ້ນ ຢູ່ຂັ້ນສູນກາງມີ 171,73 ຕື້ກີບ; ຄຸ້ມຄອງຊັບສິນຂອງລັດ 23,23 ຕື້ກີບ ແລະ ລາຍຮັບອື່ນໆອີກຫລາຍກວ່າ 113 ຕື້ກີບ. ສຳລັບກວດສອບເຫັນເພີ່ມລາຍຈ່າຍທີ່ເອົາລາຍຮັບຈາກການກວດສອບເຫັນເພີ່ມ ແລະ ລາຍຈ່າຍລ່ວງໜ້າໃນລະບົບຄັງເງິນສົດແຫ່ງຊາດ ຈຳນວນ 113,63 ຕື້ກີບ, ໃນນັ້ນ ຂັ້ນສູນກາງ 6,95 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 106,68 ຕື້ກີບ. ພ້ອມນີ້, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ກວດສອບເຫັນໜີ້ຕ້ອງຮັບຂອງສ່ວຍສາອາກອນ ຈຳນວນ 1.329,21 ຕື້ກີບ ໃນນີ້ຂັ້ນສູນກາງມີ 667,70 ຕື້ກີບ: ໜີ້ຄ້າງຮັບປີຜ່ານມາ 271,21 ຕື້ກີບ ແລະ ເກີດຂຶ້ນໃນປີ 2019 ຜ່ານມາ 396,49 ຕື້ກີບ; ຂັ້ນທ້ອງຖິ່ນມີ 661,51 ຕື້ກີບ, ໃນນັ້ນ ໜີ້ຄ້າງຮັບປີຜ່ານມາ 587,64 ຕື້ກີບ ແລະ ເກີດຂຶ້ນໃນປີ 73,87 ຕື້ກີບ ແລະ ກວດເຫັນໜີ້ຕ້ອງຮັບຂອງຊັບສິນຂອງລັດ ມີຈຳນວນຫລາຍກວ່າ 1.040 ຕື້ກີບ ມີຂັ້ນສູນກາງ 695,28 ຕື້ກີບ ໃນນີ້ໜີ້ຄ້າງຮັບໃນປີຜ່ານມາຈຳນວນ 514,35 ຕື້ກີບ ແລະ ເກີດຂຶ້ນໃນປີ ຈຳນວນ 180,93 ຕື້ກີບ, ຂັ້ນທ້ອງຖິ່ນ 344,74 ຕື້ກີບ ໃນນັ້ນໜີ້ຄ້າງຮັບປີຜ່ານມາ 323,17 ຕື້ກີບ ແລະ ເກີດຂຶ້ນໃນປີ ຈຳນວນ 21,57 ຕື້ກີບ.
ປະທານອົງການກວດສອບ ໃຫ້ຮູ້ຕື່ມວ່າ: ພ້ອມນີ້ຍັງກວດເຫັນໜີ້ຕ້ອງຮັບຂອງບັນດາຫົວໜ່ວຍງົບປະມານ ຈຳນວນ 422,49 ຕື້ກີບ ໃນ 145 ໂຄງການ ທີ່ສະພາໄດ້ຮັບຮອງ ບໍ່ໄດ້ດຳເນີນຂັ້ນຕອນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດເຊັ່ນ: ມີ 65 ໂຄງການ ມູນຄ່າ 384,33 ຕື້ກີບ ບໍ່ໄດ້ດຳເນີນຂັ້ນຕອນການປະເມີນກ່ອນສະເໜີເຂົ້າແຜນການລົງທຶນຂອງລັດ ແລະ ບໍ່ໄດ້ດຳເນີນການປະມູນ; 8 ໂຄງການມີມູນຄ່າ 266,52 ຕື້ກີບ ປະກອບເອກະສານບໍ່ຄົບຖ້ວນ ແລະ ບໍ່ມີຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ; 1 ໂຄງການເຊັນສັນຍາເກີນມູນຄ່າ ທີ່ສະພາແຫ່ງຊາດຮັບຮອງຈຳນວນ 10,22 ຕື້ກີບ; 4 ໂຄງການມູນຄ່າ 393,97 ຕື້ກີບ ທີ່ບໍລິສັດຮັບເໝົາກໍ່ສ້າງບໍ່ໄດ້ວາງເງິນຄ້ຳປະກັນສັນຍາໂຄງການ 39,40 ຕື້ກີບ.

