ໂຄງການທາງລົດໄຟລາວ-ຈີນສຳເລັດແລ້ວ 72,8%.

ແຫລ່ງຂ່າວ ຂປລ ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດປັດຈຸບັນການກໍ່ສ້າງພື້ນຖານໂຄງລ່າງປະຕິບັດສໍາເລັດແລ້ວ 72,8%.
ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ນໃຫ້ຮູ້ໃນວັນທີ 5 ກໍລະກົດນີ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລົງມືກໍ່ສ້າງທັງໝົດ 975 ຈຸດ, ໃນນັ້ນ ຂຸດເຈາະອຸມົງ 74 ອຸໂມງ, ສາມາດ ຊີເຈາະສໍາເລັດແລ້ວຫລາຍກວ່າ 168 ກິໂລແມັດ, ເລີ່ມລົງມືກໍ່ສ້າງຂົວ 156 ແຫ່ງ ລວມມີຄວາມຍາວ 237 ກວ່າກິໂລແມັດ, ພ້ອມນັ້ນໄດ້ສ້າງເສັ້ນທາງ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງ 922 ກິໂລແມັດ, ຂົວຕິດຕັ້ງສາຍສົ່ງໄຟຟ້າ860 ກິໂລແມັດ, ຕິດຕັ້ງໝໍ້ແປງ 261 ໜ່ວຍ ແລະ ສ້າງລະບົບນ້ຳປະປາໄດ້ 128 ກິໂລແມັດ.
ສຳລັບການມອບພື້ນທີ່ເພື່ອກໍ່ສ້າງມາຮອດປັດຈຸບັນ, ແຂວງຫລວງນໍ້າທາ ປະຕິບັດໄດ້ແລ້ວ 16,6 ກິໂລແມັດ, ແຂວງອຸດົມໄຊ 125,77 ກິໂລແມັດ, ແຂວງຫລວງພະບາງ 76,94 ກິໂລແມັດ, ແຂວງວຽງຈັນ 144,5 ກິໂລແມັດ ແລະ ນະຄອນຫລວງວຽງຈັນມີ 34,35 ກິໂລແມັດເທົ່າກັບ 86,52% ຂອງຄວາມຍາວທັງໝົດ.

