ລາວ-ຫວຽດນາມ ເພີ່ມທະວີຮ່ວມມືພັດທະນາບໍລິເວນຊາຍແດນ

ກອງປະຊຸມປຶກສາຫາລື ເພື່ອເພີ່ມທະວີການຮ່ວມມືພັດທະນາບໍລິເວນຊາຍເເດນ ລາວ-ຫວຽດນາມ ປີ 2020-2025 ໄດ້ຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ຫ້ອງປະຊຸມກົມໃຫ່ຍເສນາທິການກອງທັບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸສອນ ເລືອງບຸນມີ ຮອງລັດຖະມົນຕີ, ຫົວໜ້າກົມໃຫ່ຍເສນາທິການກອງທັບ.
ສະຫາຍ ພັນໂທ ພີວັນ ວົງລັດສະໝີ ຫົວໜ້າພະແນກແຜນການຍຸດທະສາດ ກົມສູ້ຮົບກົມໃຫ່ຍເສນາທິການກອງທັບ ໄດ້ນຳສະເໜີໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ປີ 2020-2025 ເຊິ່ງເບື້ອງຕົ້ນ ຄະນະໄດ້ນຳເອົານະໂຍບາຍຂອງພັກ-ລັດເຂົ້າໄປເຜີຍແຜ່ໃຫ້ປະຊາຊົນໃນຊົນນະບົດຫ່າງໄກຊອກຫລີກ ແລະ ເຂດເກາະຫ້ອຍຕ່າງໆ ຢູ່ລຽບຕາມບໍລິເວນຊາຍແດນລາວ-ຫວຽດນາມ ແລະ ເຂດຫ່າງໄກຊອກຫລີກຂອງບັນດາແຂວງພາກເໜືອຂອງລາວ ເພື່ອຊ່ວຍໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຢ່າງເລິກເຊິ່ງ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ລາວ-ຫວຽດນາມ ໃນການພັດທະນາເຂດຈຸດສຸມຕ່າງໆ ແລະ ການຜະລິດກະສິກຳເປັນສິນຄ້າ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນ ເປັນຕົ້ນການປັບປຸງພື້ນຖານໂຄງລ່າງທາງດ້ານເສດຖະກິດ, ລະບົບເສັ້ນທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ນ້ຳສະອາດ, ໄຟຟ້າ, ຊົນລະປະທານ ແລະ ອື່ນໆ ເພື່ອເປັນປັດໄຈຊຸກຍູ້ ແລະ ສ້າງຄວາມເພິ່ງພໍໃຈໃຫ້ອຳນາດການປົກຄອງທ້ອງຖິ່ນມີທ່າແຮງຕໍ່ການດຳລົງຊີວິດ, ແກ້ໄຂຄວາມທຸກໄດ້ເທື່ອລະກ້າວ. ສຳລັບໂຄງການຮ່ວມມືກໍ່ສ້າງກຸ່ມບ້ານພັດທະນາ ສອງຝ່າຍໄດ້ຮ່ວມມືຜັນຂະຫຍາຍຕາມ 4 ເນື້ອໃນ 4 ຄາດໝາຍຂອງການກໍ່ສ້າງກຸ່ມບ້ານພັດທະນາ ໃນຈຳນວນ 15 ກຸ່ມບ້ານ ແລະ 9 ແຂວງລຽບຕາມຊາຍແດນ ລາວ-ຫວຽດນາມ ກວມເອົາ 100 ກວ່າບ້ານ, ມີ 14 ພັນກວ່າຄອບຄົວ, ມີປະຊາກອນທັງໝົດ 45 ພັນກວ່າຄົນ, ຄາດວ່າຈະມີການລົງທຶນທັງໝົດຫລາຍກວ່າ 6 ຮ້ອຍຕື້ກີບ, ໃນນັ້ນ ຝ່າຍລາວ 60% ແລະ ລັດຖະບານຫວຽດນາມ 40%.
ໂອກາດນີ້, ສະຫາຍ ພົນໂທ ສຸສອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມເນັ້ນບາງບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຮ່ວມມືພັດທະນາບໍລິເວນຊາຍແດນດັ່ງກ່າວປະສົບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ກ່ອນອື່ນທຸກຄົນຕ້ອງເປັນເຈົ້າການ ແບ່ງຄວາມຮັບຜິດຊອບເຂົ້າໃນໜ້າທີ່ການເມືອງຂອງຕົນ ແລະ ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບໃນການຫັນເອົາມະຕິຄຳສັ່ງຕ່າງໆ ລົງໄປເຜີຍແຜ່ຈັດຕັ້ງປະຕິບັດຢູ່ເຂດຫ່າງໄກສອກຫລີກຂອງບັນດາເຂດຈຸດສຸມ, ບັນດາແຂວງ ແລະ ເຂດໃຈກາງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບການພັດທະນາ. ພ້ອມນີ້, ກໍຕ້ອງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໃນການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບກຳສະພາບການ ແລະ ລາຍງານໃຫ້ຂັ້ນເທິງໄດ້ຮັບຊາບ ແລະ ທັນເວລາ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ມີຄວາມສອດຄ່ອງຂອງທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ.

