ປີ 2025 ແຂວງຈໍາປາສັກຈະປູກຕົ້ນໄມ້ໃຫ້ໄດ້ 950 ເຮັກຕາ

ທ່ານ ຄໍາ ນິລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ໃຫ້ສໍາພາດໜັງສືພິມຈໍາປາໃໝ່ ໃນວັນທີ 20 ພຶດສະພາ 2025 ນີ້ວ່າ: ໃນປີ 2025ນີ້, ແຂວງຈໍາປາສັກ ຈະສູ້ຊົນປູກໄມ້ ໃຫ້ໄດ້ໃນເນື້ອທີ່ແຜນປູກໄມ້ 950 ເຮັກຕາ. ໃນນັ້ນ ປູກຢູ່ອຸທິຍານແຫ່ງຊາດ ແລະ ປ່າສະຫງວນແຫ່ງຊາດ 180 ເຮັກຕາ, ປ່າຜະລິດແຫ່ງຊາດ ແລະ ປ່າສະຫງວນ, ປ່າປ້ອງກັນຂອງແຂວງ ຈໍານວນ 750 ເຮັກຕາ ແລະ ປູກຢູ່ນອກ 3 ປະເພດປ່າ, ປູກໄມ້ປະດັບລຽບຕາມເສັ້ນທາງ, ສວນສາທາລະນະ, ສໍານັກງານອົງການ 20 ເຮັກຕາ.
ສ່ວນແຜນຟື້ນຟູປ່າແມ່ນ 8,050 ເຮັກຕາ, ໃນນັ້ນ ເຂດອຸທິຍານແຫ່ງຊາດດົງຫົວສາວ 1,500 ເຮັກຕາ, ປ່າປ້ອງກັນ – ປ່າສະຫງວນ 3,800 ເຮັກຕາ, ປ່າຜະລິດ 350 ເຮັກຕາ, ປ່າສະຫງວນແຫ່ງຊາດພູຊຽງທອງ 890 ເຮັດຕາ, ປ່າຜະລິດແຫ່ງຊາດ 350 ເຮັກຕາ ແລະ ປູກຢູ່ນອກ 3 ປະເພດປ່າ 10 ເຮັກຕາ, ປັດຈຸບັນ ມີເບັ້ຍໄມ້ ທີ່ສາມາດປູກໄດ້ຫຼາຍກວ່າ 2,458,000 ເບ້ຍ ລວມມີ ເບັ້ຍໄມ້ອຸດສາຫະກໍາ ແລະ ໄມ້ປະດັບເຊັ່ນ: ໄມ້ຍາງ, ໄມ້ແຄນເຮືອ, ໄມ້ຂະຍູງ, ໄມ້ປະດົງ, ໄມ້ວິກ, ໄມ້ດູ່ ແລະ ໄມ້ອື່ນໆທີ່ເໝາະສົມຕໍ່ເນື້ອທີ່, ມີຂະໜາດຄວາມສຸງແຕ່ 70 ຊັງຕີແມັດ – 1 ແມັດເຄິ່ງ ຂຶ້ນໄປ.
ທີ່ມາ: ໜັງສືພິມຈໍາປາໃໝ່

