ບຣາໂວ ຊຸບເປີແຊຟຊ່ວຍ ຊີລີ ຊະນະຈຸດໂທດ ໂປຣຕຸເກດ ຜ່ານເຂົ້າຮອບຊີງຊະນະເລີດບານເຕະ ຟີຟາ ຄອນເຟເດິເຣຊັນແນລ ຄັບ 2017

ການແຂ່ງຂັນເຕະບານ ຟີ ຟາ ຄອນເຟເດີເຣຊັນ ຄັບ 2017 ທີ່ປະເທດຣັດເຊຍ ໃນຮອບຮອງ ຊະນະເລີດ ຄູ່ທຳອິດລະຫວ່າງ ທີມຊາດໂປຣຕຸເກດ ທີມແຊ໊ມ ບານເຕະເອີໂຣ 2016 ພົບກັບ ທີມຊາດຊີລີ ທີມແຊ໊ມໂກປາ ອາ ເມຣິກາ 2015 ຜົນປາກົດວ່າ: ທັງສອງທີມບໍ່ສາມາດຍິງປະຕູ ກັນໄດ້ໃນເວລາປົກກະຕີ 90 ນາ ທີ ຕ້ອງຕໍ່ເວລາພິເສດອອກໄປອີກ 30 ນາທີ ແຕ່ກໍຍັງຍິງປະຕູກັນບໍ່ ໄດ້ ເຮັດໃຫ້ຕ້ອງຕັດສິນຫາຜູ້ຊະ ນະດ້ວຍການຍິງຈຸດໂທດ ແລະ ເຄລາດິໂອ ບຣາໂວ ຜູ້ຮັກປະຕູ ທີມຊາດຊີລີ ທີ່ສະແດງຜົນງານ ຊຸບເປີເຊຟປ້ອງກັນຈຸດໂທດໄດ້ 3 ລູກ ສົ່ງຜົນໃຫ້ ໂປຣຕຸເກດ ຍິງບໍ່ ເຂົ້າເລີຍຈັກຄົນ ຂະນະທີ່ ຊີລີ 3 ຄົນທຳອິດຍິງເຂົ້າໝົດ ເຮັດໃຫ້ ຊີລີ ເອົາຊະນະຈຸດໂທດ ໂປຣຕຸ ເກດ 3-0 ຜ່ານເຂົ້າຮອບຊີງຊະ ນະເລີດໄປຢືນລໍຖ້າພົບຜູ້ຊະນະ ລະຫວ່າງ ເຢຍລະມັນ ກັບ ເມັກ ຊິໂກ.

