ໄອແລນລັອກດາວ 6 ອາທິດ ຄຸມເຂັ້ມສູງສຸດໃນເອີຣົບ ຫລັງຕິດໂຄວິດ-19 ເກີນເຄິ່ງແສນ ຕິດເຊື້ອສະສົມທົ່ວໂລກ 41 ລ້ານຄົນ

ທາງການໄອແລນເລີ່ມໃຊ້ມາດຕະການລັອກດາວປະເທດອີກນັບແຕ່ວັນທີ 21 ຕຸລາຜ່ານມາ ເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ຮອບໃໝ່ທີ່ທະວີຄວາມຮຸນແຮງຂຶ້ນ ຫລັງໄອແລນມີຜູ້ຕິດໂຄວິດ-19 ແລ້ວເກີນເຄິ່ງແສນຄົນ (53.422 ຄົນ), ເສຍຊີວິດແລ້ວ 1.868 ຄົນ ຖືເປັນປະເທດທຳອິດໃນເອີຣົບທີ່ປະກາດໃຊ້ມາດຕະການເຂັ້ມງວດລະດັບສູງສຸດ (ລະດັບທີ 5) ອີກໃນເວລານີ້ ໂດຍຈະມີໄລຍະເວລາການລັອກດາວເຖິງ 6 ອາທິດ.
ພາຍໃຕ້ໄລຍະເວລານີ້ ທາງການແນະນຳໃຫ້ຫລາຍອົງກອນອະນຸຍາດໃຫ້ມີການ Work from Home ຫລີກລ່ຽງການອອກໄປພື້ນທີ່ສາທາລະນະຖ້າບໍ່ມີເຫດຈຳເປັນ, ຫ້າມລວມກຸ່ມກັນທັງພາຍໃນເຮືອນ ແລະ ສວນສາທາລະນະຕ່າງໆ ໂດຍຊາວໄອແລນຈະໄດ້ຮັບອະນຸຍາດໃຫ້ອອກມາອອກກຳລັງກາຍໄດ້ໃນບໍລິເວນໃກ້ຄຽງເທົ່ານັ້ນ, ໂຮງຮຽນ, ອະນຸບານ ແລະ ຮ້ານຄ້າຍ່ອຍທີ່ສຳຄັນຍັງເປີດໃຫ້ບໍລິການພາຍໃຕ້ຂໍ້ບັງຄັບຂອງທາງການໄອແລນ. ຂະນະທີ່ເທັກ ແລະ ຮ້ານອາຫານຍັງເປີດໄດ້ຕາມປົກກະຕິ ໂດຍຈະເປີດໃຫ້ບໍລິການສະເພາະການຊື້ເມືອເຮືອນ ແລະ ເດລິເວີຣີເທົ່ານັ້ນ, ຫ້າມນັ່ງກິນຢູ່ຮ້ານ.
ການແຜ່ລະບາດກຳລັງຈະກ້າວເຂົ້າສູ່ເດືອນທີ 10 ທົ່ວໂລກມີຜູ້ຕິດເຊື້ອສະສົມ 41 ລ້ານຄົນແລ້ວ (41.109.752), ປິ່ນປົວຫາຍ 30,9 ລ້ານກວ່າຄົນ (30.902.864) ຫລື 75% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 1.129.185 ຄົນ ອັດຕາການເສຍຊີວິດຢູ່ປະມານ 2,8%.
ຫລ້າສຸດ ອາເມລິກາ ຍັງເປັນປະເທດທີ່ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ຫລາຍທີ່ສຸດເປັນອັນດັບ 1 ຂອງໂລກ ມີຜູ້ຕິດເຊື້ອສະສົມ 8.329.044 ຄົນ, ເສຍຊີວິດແລ້ວ 221.987 ຄົນ, ຖັດມາແມ່ນອິນເດຍ (7.651.107 ຄົນ), ເບຣຊິນ (5.273.954 ຄົນ), ຣັດເຊຍ (1.438.219 ຄົນ) ແລະ ອາເຈນຕິນາ (1.037.325 ຄົນ) ໂດຍສະເປນ ແລະ ຝຣັ່ງເປັນປະເທດທີ 6 ແລະ 7 ຂອງໂລກທີ່ມີຜູ້ຕິດເຊື້ອສະສົມຢູ່ຫລັກລ້ານຄົນ, ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 182 ຈາກ 193 ປະເທດທົ່ວໂລກ.

