ຕາລີບັນຫ້າມຜູ້ຍິງຂີ່ເຮືອບິນຄົນດຽວ ເຈົ້າໜ້າທີ່ລັດຕ້ອງຈົ່ງໜວດເຄົາ

ລັດຖະບານຕາລີບັນ ເຊິ່ງປົກຄອງອັບການິດສະຖານ ມີຄຳສັ່ງຫ້າມຜູ້ຍິງຂີ່ເຮືອບິນໂດຍສານພຽງລຳພັງ ແລະ ເຈົ້າໜ້າທີ່ລັດເຊິ່ງເປັນຜູ້ຊາຍຕ້ອງຈົ່ງໜວດເຄົາ.

ວັນທີ 28 ມີນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂດຍອ້າງຂໍ້ມູນຈາກແຫລ່ງຂ່າວໃນກະຊວງສິນລະທຳຂອງອັບການິດສະຖານ ວ່າລັດຖະບານກຸ່ມຕາລີບັນປະສານງານໄປຫາສາຍການບິນທຸກແຫ່ງຂອງອັບການິດສະຖານ ບໍ່ວ່າຈະໃຫ້ບໍລິການຖ້ຽວບິນພາຍໃນ ຫລື ຕ່າງປະເທດ ຂໍໃຫ້ຢຸດຮັບຜູ້ໂດຍສານທີ່ເປັນຜູ້ຍິງ ແລະ ເດີນທາງລຳພັງ “ໂດຍບໍ່ມີສະມາຊິກໃນຄອບຄົວ, ຍາດພີ່ນ້ອງ ຫລື ຜູ້ປົກຄອງທີ່ເປັນຜູ້ຊາຍຮ່ວມເດີນທາງ” ແຕ່ຍັງບໍ່ມີຄວາມຊັດເຈນ ວ່າຈະມີຂໍ້ຍົກເວັ້ນໃຫ້ສຳລັບຜູ້ຍິງ ເຊິ່ງບໍ່ມີສະມາຊິກໃນຄອບຄົວເປັນຜູ້ຊາຍ ຫລື ບໍ່.

ຂະນະດຽວກັນ, ແຫລ່ງຂ່າວອີກຄົນໃຫ້ຂໍ້ມູນວ່າ: ກະຊວງສິນລະທຳຂອງອັບການິດສະຖານຍັງມີຄຳສັ່ງໃຫ້ເຈົ້າໜ້າທີ່ລັດ ເຊິ່ງປັດຈຸບັນມີແຕ່ຜູ້ຊາຍ ຕ້ອງຈົ່ງໜວດເຄົາ ແລະ ແຕ່ງກາຍຕາມແນວທາງທີ່ກຳນົດ ຖ້າບໍ່ປະຕິບັດຕາມອາດຕ້ອງຜະເຊີນການລົງໂທດເຖິງຂັ້ນໄລ່ອອກຈາກວຽກ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ຫລັງກະຊວງສິນລະທຳຂອງອັບການິດສະຖານປະກາດຄຳສັ່ງໃໝ່ ໃນກາງອາທິດຜ່ານມາ ວ່ານັກຮຽນຍິງລະດັບມັດທະຍົມຍັງຕ້ອງລໍຖ້າການກັບເຂົ້າມາຮຽນ “ຕໍ່ໄປກ່ອນອີກໄລຍະໜຶ່ງ” ຈົນກວ່າ “ແຜນການຈັດການສຶກສາທີ່ເໝາະສົມຕາມກົດໝາຍຊາຣີອະ ແລະ ວັດທະນະທຳຂອງຊາວອັບການິດສະຖານ” ຈະສຳເລັດ ສ້າງຄວາມຜິດຫວັງໃຫ້ທຸກຝ່າຍ.

ທັງນີ້, ນັບແຕ່ກັບຄືນສູ່ອຳນາດປົກຄອງສູງສຸດໃນອັບການິດສະຖານ ໄດ້ເປັນຄັ້ງທຳອິດໃນຮອບ 20 ປີ ໃນກາງເດືອນສິງຫາປີຜ່ານມາ ຈຸດຢືນ ແລະ ການໃຊ້ນະໂຍບາຍຂອງກຸ່ມຕາລີບັນຕໍ່ຜູ້ຍິງ ແລະ ເດັກຍິງ ເປັນບັນຫາທີ່ທຸກຝ່າຍທັງໃນ ແລະ ຕ່າງປະເທດກັງວົນມາຕະຫລອດ.