ຜູ້ຊ່ຽວຊານອົງການອະນາໄມໂລກຊີ້ ການສັກວັກຊີນ ເຂັມກະຕຸ້ນໂດຍໃຊ້ວັກຊີນສູດເກົ່າຊ້ຳໆ ບໍ່ແມ່ນກົນລະຍຸດທີ່ໄດ້ຜົນ

ສຳນັກຂ່າວ AFP ລາຍງານວ່າ: ຜູ້ຊ່ຽວຊານຂອງອົງການອະນາໄມໂລກ (WHO) ເຕືອນວ່າ: ການສັກວັກຊີນເຂັມກະຕຸ້ນດ້ວຍວັກຊີນສູດດັ້ງເດີມຊ້ຳໆ ບໍ່ແມ່ນກົນລະຍຸດທີ່ໄດ້ຜົນໃນການຮັບມືສາຍພັນໃໝ່ໆທີ່ເກີດຂຶ້ນ ແລະ ຍັງຮຽກຮ້ອງໃຫ້ພັດທະນາວັກຊີນສູດໃໝ່ທີ່ປ້ອງກັນການແພ່ເຊື້ອໄດ້ດີຂຶ້ນ.

ກຸ່ມຜູ້ຊ່ຽວຊານທີ່ຈັດຕັ້ງຂຶ້ນໂດຍອົງການອະນາໄມໂລກ ເພື່ອປະເມີນປະສິດທິພາບຂອງວັກຊີນປ້ອງກັນໂຄວິດ-19 ເຜີຍວ່າ: ການສັກວັກຊີນປ້ອງກັນໂຄວິດ-19 ສູດດັ້ງເດີມທີ່ມີຢູ່ເປັນເຂັມກະຕຸ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ເຊື້ອສາຍພັນໃໝ່ເກີດຂຶ້ນ ບໍ່ແມ່ນວິທີທີ່ດີທີ່ສຸດໃນການຕໍ່ສູ້ກັບການລະບາດໃຫຍ່ (pandemic).

“ຍຸດທະສາດການສັກວັກຊີນ ໂດຍການສັກວັກຊີນສູດດັ້ງເດີມເປັນເຂັມກະຕຸ້ນຊ້ຳໆ ບໍ່ອາດຈະເໝາະສົມ ຫລື ຍືນຍົງ” ກຸ່ມທີ່ປຶກສາດ້ານເຕັກນິກກ່ຽວກັບສ່ວນປະກອບຂອງວັກຊີນປ້ອງກັນໂຄວິດ-19 ຂອງ WHO (TAG-Co-VAC) ລະບຸໃນຖະແຫລງການ.

TAG-Co-VAC ເຜີຍວ່າ: ຈຳເປັນຕ້ອງມີການປັບປຸງວັກຊີນທີ່ມີຢູ່ເພື່ອຮັບມືສາຍພັນທີ່ກຳລັງເກີດຂຶ້ນຄື ໂອມິຄຣອນ ທີ່ແພ່ລະບາດຢ່າງວ່ອງໄວ ແລະ ມາຮອດປັດຈຸບັນພົບໃນ 149 ປະເທດແລ້ວ.

TAG-Co-VAC ຍັງຮຽກຮ້ອງໃຫ້ພັດທະນາວັກຊີນສູດໃໝ່ທີ່ບໍ່ພຽງແຕ່ປ້ອງກັນອາການຮຸນແຮງເທົ່ານັ້ນ, ແຕ່ຍັງຕ້ອງຊ່ວຍປ້ອງກັນຄົນຈາກການຕິດເຊື້ອນັບແຕ່ທຳອິດນຳອີກ.

“ວັກຊີນປ້ອງກັນໂຄວິດ-19 ທີ່ມີປະສິດທິພາບສູງໃນການປ້ອງກັນການຕິດເຊື້ອ ແລະ ການແພ່ເຊື້ອ ລວມທັງປ້ອງກັນອາການຮຸນແຮງ ແລະ ການເສຍຊີວິດມີຄວາມຈຳເປັນ ແລະ ຄວນໄດ້ຮັບການພັດທະນາ” ເຊິ່ງຈະຊ່ວຍຫລຸດການແພ່ເຊື້ອໃນຊຸມຊົນ. TAG-Co-VAC ລະບຸ.

ນອກຈາກນີ້, ຍັງແນະນຳວ່າ: ຜູ້ພັດທະນາວັກຊີນຄວນມຸ່ງໝັ້ນໃນການພັດທະນາວັກຊີນທີ່ຈະສ້າງການຕອບສະໜອງທາງພູມຕ້ານທານທີ່ກວ້າງ, ແຂງແກ່ນ ແລະ ຄົງຢູ່ຍາວນານ ເພື່ອຫລຸດຄວາມຈຳເປັນໃນການສັກເຂັມກະຕຸ້ນຢ່າງຕໍ່ເນື່ອງ.