ປະທານາທິບໍດີຄີກິດສະຖານລາອອກ ບໍ່ຢາກເຫັນການນອງເລືອດ ຫລັງເກີດເຫດປະທ້ວງຜົນເລືອກຕັ້ງ

ການປະທ້ວງຢູ່ຄີກິດສະຖານທີ່ກິນເວລາ 10 ວັນຈົບລົງດ້ວຍການລາອອກຂອງຜູ້ນຳປະເທດ ທີ່ບໍ່ຢາກເຫັນການບາດເຈັບລົ້ມຕາຍຂອງປະຊາຊົນ.
ວັນທີ 15 ຕຸລານີ້, ສຳນັກຂ່າວ Al Jazeera ລາຍງານວ່າ: ທ່ານ ຊູຣອນໄບ ຈີນເບຄອບ ໄດ້ລາອອກຈາກຕຳແໜ່ງປະທານາທິບໍດີຄີກິດສະຖານແລ້ວ ຫລັງຖືກປະຊາຊົນອອກມາປະທ້ວງຢ່າງໜັກຈາກກໍລະນີຖືກຝ່າຍກົງກັນຂ້າມກ່າວຫາວ່າຊື້ສຽງ ໃນການເລືອກຕັ້ງເມື່ອວັນທີ 4 ຕຸລາຜ່ານມາ.
ທ່ານ ຈີນເບຄອບ ຖະແຫລງເຖິງສາເຫດຂອງການກ້າວລົງຈາກຕຳແໜ່ງວ່າ: ທ່ານຈະບໍ່ດຶງຕັ່ງໄວ້ ເພາະບໍ່ຢາກຖືກຈາລຶກຊື່ໃນປະຫວັດສາດວ່າເປັນຜູ້ນຳທີ່ປ່ອຍໃຫ້ເກີດການນອງເລືອດ ແລະ ຍິງເຂົ້າໃສ່ປະຊາຊົນຂອງຕົນເອງ ຈຶ່ງໄດ້ຕັດສິນໃຈລາອອກ.
ຕາມລາຍງານລະບຸວ່າ: ກຸ່ມຜູ້ຊຸມນຸມໄດ້ເຂົ້າຢຶດສະຖານທີ່ລັດຖະການ ເພື່ອຕອບໂຕ້ຜົນການເລືອກຕັ້ງ. ຈາກນັ້ນ ທາງຄະນະກຳມະການການເລືອກຕັ້ງໄດ້ປະກາດໃຫ້ການເລືອກຕັ້ງຄັ້ງນີ້ເປັນໂມຄະເມື່ອວັນທີ 6 ຕຸລາ ໂດຍລະຫວ່າງການປະທ້ວງໄດ້ເກີດການປະທະກັນຈົນເຮັດໃຫ້ມີຜູ້ບາດເຈັບຫລາຍຮ້ອຍຄົນ ແລະ ເສຍຊີວິດ 1 ຄົນ.
ກ່ອນໜ້ານີ້ ຜູ້ມີຕຳແໜ່ງສຳຄັນທາງການເມືອງຫລາຍຄົນໄດ້ລາອອກໄປກ່ອນແລ້ວ ທັງນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ ລະຫວ່າງອະດີດປະທານາທິບໍດີ ຈີນເບຄອບ ພະຍາຍາມຄວບຄຸມສະຖານະການ ດ້ວຍການປະກາດສະຖານະການສຸກເສີນເຖິງ 2 ຄັ້ງເມື່ອວັນທີ 9 ແລະ 12 ຕຸລາຜ່ານມາ.
ການປະທ້ວງຄັ້ງນີ້ຍັງສົ່ງຜົນໄປເຖິງຣັດເຊຍ, ນັກຂ່າວລາຍງານວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ສົ່ງຮອງຫົວໜ້າຄະນະເຈົ້າໜ້າທີ່ບິນກົງມາຄີກິດສະຖານ ເພື່ອຢຸດຢັ້ງຄວາມວຸ້ນວາຍໃນຄັ້ງນີ້.
ປະເທດຄີກິດສະຖານເຄີຍເປັນສ່ວນໜຶ່ງຂອງສະຫະພາບໂຊວຽດ ກ່ອນຈະລົ້ມສະລາຍໃນປີ 1991 ແລະ ໄດ້ຮັບເອກະລາດນັບແຕ່ນັ້ນເປັນຕົ້ນມາ.

