ແພດໄທເຕືອນ! ພົບແມ່ທ້ອງຢູ່ໃນ ປາຊາບະ ມີລັກສະນະຄ້າຍຄືຫົວສີໃຄຊອຍ ກ່ອນຈະນຳມາກິນຄວນທຳຄວາມສະອາດໃຫ້ດີ

ສຳນັກຂ່າວ thairath ລາຍງານ, ວັນທີ 23 ກໍລະກົດ 2023,  ມີການແຊຣເລື່ອງລາວ ຈາກຜູ້ໃຊ້ເຟສບຸກຊື່: ທັນຊະນົກ (ธัญ ชนก) ທີ່ໄດ້ໂພສຮູບພາບ ພ້ອມຂໍ້ຄວາມວ່າ: ຫລັງຈາກທີ່ກິນປາໄປສາມຄຳ ດ້ວຍຄວາມທີ່ມັກກິນພື້ນທ້ອງປາ ທຳອິດຄິດວ່າແມ່ຄ້າຊອຍຫົວສີໃຄ ແລະ ຫອມໃສ່ ແຕ່ລົດຊາດມັນແປກໆ.

ຕໍ່ມາມີຄົນເຂົ້າໄປສະແດງຄວາມຄິດເຫັນຈຳນວນຫລາຍ ໂດຍສ່ວນໃຫຍ່ຕັ້ງຂໍ້ສັງເກດວ່າອາດຈະເປັນ ແມ່ທ້ອງທີ່ຢູ່ໃນເນື້ອປາ ຂະນະທີ່ຫລາຍຄົນບອກວ່າ ເບິ່ງທຳອິດຄິດວ່າເປັນຫົວສີໃຄຊອຍ, ເຈົ້າຂອງໂພສ ເປີດເຜີຍວ່າ: ໃນພາບເປັນປາຊາບະ ທີ່ຊື້ມາຈາກຕະຫລາດ ເຊິ່ງທາງຮ້ານໄດ້ຂາຍຕາມປົກກະຕິ ແຕ່ອາດເປັນເພາະແມ່ຄ້າບໍ່ໄດ້ຄົວປາຈຶ່ງບໍ່ເຫັນ. ດັ່ງນັ້ນ, ກ່ອນຈະກິນ ໃຫ້ນຳເອົາປາໄປລ້າງທຳຄວາມສະອາດກອ່ນຈຶ່ງເອົາມາປຸງແຕ່ງອາຫານ ເພື່ອສຸຂະພາບຂອງເຮົາເອງ.

ທາງດ້ານ ໝໍ ວິຣະສັກ ຈະຣັດໄຊສີ ແພດຜູ້ຊ່ຽວຊານດ້ານນິຕິເວດສາດ ມະຫາວິທະຍາໄລ ສີນະຄະຣິນວິໂຣດ ໄດ້ໂພສຂໍ້ຄວາມກ່ຽວກັບເລື່ອງນີ້ວ່າ: ຈາກທີ່ເບິ່ງຮູບອາດຈະເປັນ ເນື້ອປາຊາບະ ແລະ ໂຕກົມໆ ອາດຈະແມ່ນ ແມ່ທ້ອງ, ຖ້າກິນປາດິບໆໂດຍທີ່ແມ່ທ້ອງບໍ່ທັນຕາຍ ຈະເຮັດໃຫ້ເຈັບທ້ອງ, ປຸ້ນທ້ອງ, ປວດຮາກ ຫລັງຈາກກິນ 2-3 ຊົ່ວໂມງ ແຕ່ບາງກໍລະນີຈະມີອາການຫລັງກິນ 1-2 ວັນ ແລະ ບາງກໍລະນີ ແມ່ທ້ອງຊະນິດນີ້ຈະຜ່ານກະເພາະອາຫານ ແລະ ລຳໄສ້ ເຮັດໃຫ້ເກີດບາດແຜ ແລະ ອາດມີເລືອດອອກໃນກະເພາະອາຫານ ແຕ່ຖ້າປຸງແຕ່ງໃຫ້ສຸກແລ້ວຈຶ່ງກິນ ຖືວ່າປອດໄພ.

ສຳລັບວິທີການຂ້າແມ່ທ້ອງໃນປາຊາບະ ໃຫ້ແຊ່ແຂງໃນອຸນຫະພູມ -35 ອົງສາ ເປັນເວລາ 15 ຊົ່ວໂມງ ຫລື -20 ອົງສາ ດົນເຖິງ 7 ວັນ ກ່ອນນຳມາກິນ, ໃຊ້ຄວາມຮ້ອນທີ່ມີອຸນຫະພູມຫລາຍກວ່າ 70 ອົງສາ ໃຊ້ເວລາ 10 ນາທີຂຶ້ນໄປ.