ແນະນຳການຈັດຕັ້ງ ແລະເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້

ໃນວັນທີ 15 ຕຸລານີ້ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບໂຄງການຮ່ວມມືລາວ – ເຢຍລະມັນ(GIZ) ໄດ້ຈັດກອງປະຊຸມເຜີຍແຜ່ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້. ໂດຍການເຂົ້າຮ່ວມຂອງ ຫົວໜ້າກົມການຄ້າພາຍໃນ ແລະ ຜູ້ອຳນວຍການໂຄງການ GIZ.
ໃນກອງປະຊຸມໄດ້ແນະນຳໃຫ້ຮູ້ວ່າ: ສະມາຄົມປົກປ້ອງຜູ້ຊົມໃຊ້, ສ້າງຂຶ້ນດ້ວຍຄວາມສະໝັກໃຈຂອງປະຊາຊົນ, ເຄື່ອນໄຫວ, ບໍ່ຫວັງຜົນກຳໄລ, ແນໃສ່ຊ່ວຍເຫຼືອເຊິ່ງກັນ ແລະກັນ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງສະມາຄົມ, ປະກອບສ່ວນພັດທະນາເສດຖະກິດ – ສັງຄົມຂອງປະເທດ. ເຄື່ອນໄຫວບໍ່ຂັດກັບລັດຖະທຳມະນູນ, ກົດໝາຍ ແລະຮີດຄອງປະເພນີ, ບໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ມີຄະນະບໍລິຫານ, ຄະນະກວດກາ ແລະຜູ້ອຳນວຍການຕ້ອງແມ່ນພົນລະເມືອງລາວ. ເຊິ່ງມີສິດເຄື່ອນໄຫວໃນຂອບເຂດທົ່ວປະເທດນັບທັ້ງ ລະດັບແຂວງ ເມືອງຫຼືຂັ້ນບ້ານ ເພື່ອແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຊາດໄດ້ເຕີບໃຫຍ່ຂະຫຍາຍຕົວ.
ໃນໂອກາດນີ້ ທ່ານ ຫົວໜ້າກົມການຄ້າພາຍໃນ ກ່າວວ່າ: ສປປ ລາວ ໄດ້ມີກົດ ໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແຕ່ປີ 2010 ແລະໃນໝວດທີ 2 ຂອງກົດໝາຍດັ່ງກວ່າ ແມ່ນກ່ຽວກັບສະມາຄົມໂດຍສະເພາະໃນ ມາດຕາ 30 ໄດ້ລະບຸເຖິ່ງ ທີ່ຕັ້ງ ແລະ ພາລະບົດບາດຂອງສະມາຄົມ ແມ່ນອົງການຈັດຕັ້ງທາງສັງຄົມທີ່ເຄື່ອນໄຫວໂດຍບໍ່ຫວັງຜົນກຳໄລ,ສ້າງຕັ້ງຂື້ນຕາມລະບຽບກົດໝາຍ, ເພື່ອຊ່ວຍເຫຼືອ ໃຫ້ຄຳປືກສາແນະນຳ ແລະ ປົກປ້ອງສິດຂອງຜູ້ຊົມໃຊ້.

