ສົ່ງນັກກິລາລອຍນໍ້າໄປຝຶກຊ້ອມຢູ່ ນະຄອນ ໂຮ່ຈີ່ມິນ ສສ ຫວຽດນາມ ເພື່ອກຽມແຂ່ງກິລາແຫ່ງຊາດ ແລະ ຊີເກມ 2025

ວັນທີ 19 ມິຖຸນາ 2025 ທ່ານ ພູວັນ ພູເລືອງຫົງ ຮອງປະທານ ສະຫະພັນລອຍນ້ຳ ນະຄອນຫລວງ ວຽງຈັນ ນຳພາຄະນະ ແລະ ນັກກິລາຮຸ່ນໃໝ່ ທັງໝົດ 8 ຄົນ ຍິງ 4 ຄົນ ເດີນທາງໄປເຂົ້າຄ້າຍຝຶກຊ້ອມຕໍ່ເນື່ອງ 3 ເດືອນ ຢູ່ ສສ ຫວຽດນາມ ເພື່ອກະກຽມຄວາມພ້ອມກ່ອນລົງແຂ່ງຂັນ ກິລາແຫ່ງຊາດ 2025 ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2025 ແລະ ການແຂ່ງຂັນ ມະຫະກຳກິລາຊີເກມ ຄັ້ງທີ 33 ໃນເດືອນທັນວາ 2025 ທີ່ປະເທດໄທ.

ຂໍສົ່ງກໍາລັງໃຈໃຫ້ກັບນັກກິລາທຸກຄົນ ຂໍໃຫ້ຝຶກຊ້ອມໃຫ້ໄດ້ຜົນ ແລະ ປະສົບຄວາມສໍາເລັດໃນລາຍການແຂ່ງຂັນທີ່ກໍາລັງຈະມາເຖິງ.