ທ່ານ ກິມຈ໋ອງອຸນ ຫລັ່ງນ້ຳຕາຂໍໂທດປະຊາຊົນ ບໍ່ອາດເຮັດໃຫ້ຢູ່ດີກິນດີໄດ້

ທ່ານ ກິມຈ໋ອງອຸນ ຜູ້ນໍາ ສປປ ເກົາຫລີ ຫລັ່ງນ້ຳຕາຂະນະກ່າວເປີດໃຈຕໍ່ກອງທັບ ແລະ ປະຊາຊົນ ໃນພິທີເດີນສວນສະໜາມເນື່ອງໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງພັກແຮງງານຂອງ ສປປ ເກົາຫລີ ໃນວັນທີ 10 ຕຸລາຜ່ານມາ ເຮັດໃຫ້ທະຫານ ແລະ ປະຊາຊົນຜູ້ຟັງຮ້ອງໄຫ້ນຳ.
ສະຖານີໂທລະພາບເຄອາຣທີຂອງທາງການ ສປປ ເກົາຫລີ ເຜີຍແຜ່ພາບຂະນະທີ່ທ່ານ ກິມຈ໋ອງອຸນ ຜູ້ນຳສູງສຸດ ກ່າວຕໍ່ກອງທັບ ແລະ ປະຊາຊົນໃນພິທີເດີນສວນສະໜາມ ເນື່ອງໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງພັກແຮງງານຂອງ ສປປ ເກົາຫລີ ໃນວັນທີ 10 ຕຸລາຜ່ານມາ. ທ່ານ ກິມຈ໋ອງອຸນ ມີນ້ຳສຽງສະອື້ນລະຫວ່າງກ່າວສູນທອນພົດຕະຫລອດ 30 ນາທີ ດ້ວຍອາລົມບີບຄັ້ນໃນບາງຊ່ວງ ຂໍໂທດປະຊາຊົນຊາວ ສປປ ເກົາຫລີ ທີ່ບໍ່ອາດພັດທະນາເສດຖະກິດໃຫ້ປະຊາຊົນຢູ່ດີກິນດີຂຶ້ນກວ່າເກົ່າໄດ້ ແລະ ທ່ານຮູ້ສຶກອັບອາຍ ທັງໝົດເປັນຍ້ອນພາຍຸໄຕ້ຝຸ່ນທີ່ພັດຖະຫລົ່ມປະເທດເມື່ອບໍ່ດົນມານີ້ ລວມທັງການລະບາດຂອງໂຄວິດ-19 ແລະ ມາດຕະການຂວ້ຳບາດຂອງຕ່າງປະເທດ ທີ່ເຮັດໃຫ້ປະເທດ ແລະ ຊາວ ສປປ ເກົາຫລີ ຜະເຊີນຄວາມຍາກລຳບາກ ເຮັດໃຫ້ຜູ້ຟັງໃນງານຕ່າງຮ້ອງໄຫ້ນຳ, ແຕ່ຜູ້ນຳ ສປປ ເກົາຫລີ ຍັງຂອບໃຈທະຫານ ແລະ ເຈົ້າໜ້າທີ່ທຸກຝ່າຍທີ່ທຸ້ມເທກຳລັງຊ່ວຍເຫລືອປະຊາຊົນ ສປປ ເກົາຫລີ ເປັນຢ່າງດີ.
ສໍາລັບສະພາບເສດຖະກິດຂອງ ສປປ ເກົາຫລີ ທີ່ປົກກະຕິໄດ້ຮັບຜົນກະທົບຈາກມາດຕະການຂວ້ຳບາດມາໂດຍຕະຫລອດ, ແຕ່ປີນີ້ຖືກຊ້ຳຕື່ມໃຫ້ຮ້າຍແຮງກວ່າເກົ່າ ເນື່ອງຈາກລັດຖະບານຕັດສິນໃຈປິດຊາຍແດນທຸກຊ່ອງທາງ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄວິດ-19.
ຂະນະທີ່ ສະຫະປະຊາຊາດປະເມີນວ່າ: ປະຊາກອນ ສປປ ເກົາຫລີ ສູງເຖິງ 40% ກຳລັງຜະເຊີນສະພາບຂາດເຂີນອາຫານ ເຊິ່ງສະຖານະການອາດຮ້າຍແຮງອີກຈາກບັນຫານ້ຳຖ້ວມ ແລະ ຜົນກະທົບຈາກພາຍຸໄຕ້ຝຸ່ນ.

