ມາຮູ້ຈັກ “ໂອມິຄຣອນ XE” ໂຄວິດສາຍພັນໃໝ່ ແພ່ເຊື້ອໄດ້ໄວທີ່ສຸດເທົ່າເຄີຍມີມາ ເກີດຈາກໂອມິຄຣອນ BA.1 ປະສົມ BA.2

ສະຖານະການໂຄວິດ-19 ຫລ້າສຸດ ໄດ້ມີເຊື້ອໂຄວິດສາຍພັນໃໝ່ອອກມາອີກ ເມື່ອອົງການອະນາໄມໂລກ (WHO) ອອກຄຳເຕືອນກ່ຽວກັບເຊື້ອໂຄວິດ-19 ກາຍພັນໂອມິຄຣອນລູກປະສົມເອັກອີ (XE) ທີ່ເຊື່ອວ່າອາດສາມາດແພ່ເຊື້ອໄດ້ໄວທີ່ສຸດເທົ່າທີ່ເຄີຍພົບມານັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເມື່ອທ້າຍປີ 2019 ໂດຍ “ໂອມິຄຣອນ XE” ເປັນເຊື້ອລູກປະສົມລະຫວ່າງເຊື້ອໂອມິຄຣອນສາຍພັນດັ້ງເດີມ BA.1 ກັບສາຍພັນຍ່ອຍ BA.2.
ອົງການອະນາໄມໂລກ ລະບຸວ່າ: ເຊື້ອໂອມິຄຣອນ XE ຖືກພົບຄັ້ງທຳອິດໃນອັງກິດເມື່ອວັນທີ 19 ມັງກອນຜ່ານມາ ແລະ ປັດຈຸບັນ ມີລາຍງານຜູ້ຕິດເຊື້ອສາຍພັນນີ້ແລ້ວຢ່າງໜ້ອຍ 600 ກວ່າຄົນ ໂດຍຍັງຈັດໃຫ້ເຊື້ອໂອມິຄຣອນລູກປະສົມ XE ເປັນສາຍພັນຍ່ອຍຂອງເຊື້ອໂອມິຄຣອນຕໍ່ໄປ ຈົນກວ່າຈະກວດສອບພົບຄວາມແຕກຕ່າງຢ່າງມີໄນສຳຄັນ ລວມທັງການແພ່ເຊື້ອ, ລັກສະນະອາການປ່ວຍ ແລະ ຄວາມຮຸນແຮງຂອງພະຍາດ ໂດຍ BA.2 ນັ້ນ ກຳລັງກາຍເປັນສາຍພັນຫລັກທີ່ແພ່ລະບາດໄປທົ່ວໂລກ ພົບຜູ້ຕິດເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ແລ້ວ 86% ຂອງຈຳນວນຜູ້ຕິດເຊື້ອໃໝ່ທັງໝົດ ເນື່ອງຈາກສາຍພັນຍ່ອຍ BA.2 ສາມາດຫລົບຫລີກພູມຕ້ານທານໃນຮ່າງກາຍມະນຸດໄດ້ດີກວ່າ ແລະ ແພ່ເຊື້ອໄດ້ໄວກວ່າສາຍພັນ BA.1 ເຖິງ 30%. ຂະນະທີ່ສາຍພັນລູກປະສົມ XE ສາມາດແພ່ເຊື້ອໄດ້ໄວກວ່າ BA.2 ເຖິງ 10%.
ໂອມິຄຣອນ XE ຄືຫຍັງ
- ໂອມິຄຣອນສາຍພັນ XE ເປັນລູກປະສົມລະຫວ່າງສາຍພັນໂອມິຄຣອນ 1 ແລະ BA.2
- ໂອມິຄຣອນ XE ຖືເປັນສາຍພັນຍ່ອຍຂອງໂອມິຄຣອນ ຈົນກວ່າຈະມີລາຍງານທີ່ສະແດງເຖິງຄວາມແຕກຕ່າງຢ່າງມີໄນສຳຄັນໃນດ້ານການແພ່ເຊື້ອ ແລະ ລັກສະນະຂອງພະຍາດ ເຊິ່ງລວມທັງຄວາມຮຸນແຮງ.
- ໜ້າຕາຂອງໂອມິຄຣອນສາຍພັນລູກປະສົມ XE ຄືກັບ 2 ເນື່ອງຈາກ ສ່ວນຂ້າງຫລັງຂອງຕົວ XE ຄື BA.2 ທັງໝົດ ມີພຽງບາງສ່ວນຂ້າງໜ້າທີ່ເປັນ BA.1 ເຊິ່ງຕົວ BA.1 ກັບ BA.2 ສ່ວນຂ້າງໜ້າບໍ່ໄດ້ແຕກຕ່າງກັນພຽງແຕ່ 1-2 ຕຳແໜ່ງເທົ່ານັ້ນ. ຖ້າເບິ່ງກັນແທ້ໆ XE ແຕກຕ່າງຈາກ BA.2 ພຽງແຕ່ 1-2 ຕຳແໜ່ງ ເຊິ່ງບໍ່ໄດ້ມີຫຍັງແຕກຕ່າງຈາກ BA.2 ປົກກະຕິ.
- ໂອມິຄຣອນສາຍພັນລູກປະສົມ XE ແພ່ເຊື້ອຕິດຕໍ່ໄດ້ງ່າຍ ແລະ ໄວກວ່າໄວຣັສໂຄໂຣນາ 2019 ທຸກສາຍພັນທີ່ເຄີຍພົບມາ.
- ໂອມິຄຣອນ XE ພົບຄັ້ງທຳອິດໃນອັງກິດເມື່ອວັນທີ 19 ມັງກອນ ແລະ ມີຜູ້ຕິດເຊື້ອ XE ທີ່ໄດ້ຮັບການຢືນຢັນແລ້ວຫລາຍກວ່າ 600 ຄົນ.
ໂອມິຄຣອນ XE ອັນຕະລາຍບໍ່ ?
ອົງການອະນາໄມໂລກ (WHO) ລະບຸວ່າ: ໂອມິຄຣອນສາຍພັນ XE ປະເມີນວ່າສາມາດແພ່ລະບາດໄດ້ໄວກວ່າ ໂອມິຄຣອນ BA.2 ປະມານ 10%. ຕາມລາຍງານຂອງສຳນັກງານບໍລິການສຸຂະພາບແຫ່ງອັງກິດ (UK Health Services Agency) ຫລື “UKHSA” ຢືນຢັນເຊັ່ນດຽວກັນວ່າ: ສາຍພັນລູກປະສົມ “XE” ສາມາດແພ່ລະບາດໄດ້ໄວກວ່າ “BA.2” ປະມານ 10% ແລະ ແພ່ໄດ້ໄວກວ່າໂອມິຄຣອນສາຍພັນດັ້ງເດີມ (B.1.1.529) ເຖິງ 43%.
ທ່ານ ຊູຊານ ຮອບກິ້ນ ຫົວໜ້າທີ່ປຶກສາທາງການແພດຂອງສຳນັກງານຄວາມໝັ້ນຄົງດ້ານສຸຂະພາບຂອງອັງກິດ (HAS) ກ່າວວ່າ: ຈົນຮອດປັດຈຸບັນຍັງບໍ່ມີຫລັກຖານພຽງພໍຈະສະຫລຸບກ່ຽວກັບຄວາມສາມາດໃນການແພ່ເຊື້ອ, ຄວາມຮຸນແຮງ ຫລື ປະສິດທິຜົນຂອງວັກຊີນໃນການປ້ອງກັນສາຍພັນ XE.
ເຖິງຢ່າງໃດກໍຕາມ, ຍັງຕ້ອງລໍຖ້າຂໍ້ມູນຈາກທົ່ວໂລກທີ່ຮ່ວມກັນຖອດລະຫັດພັນທຸກຳ ທັງຈີໂນມອີກໄລຍະໜຶ່ງເພື່ອການຢືນຢັນ.
ໂອມິຄຣອນ ລູກປະສົມ BA.1 ກັບ BA.2 ມີຈັກສາຍພັນ
ສາຍພັນລູກປະສົມລະຫວ່າງ BA.1XBA.2 ປະກອບມີສະມາຊິກ 6 ສາຍພັນ
- XE – ພົບໃນອັງກິດ ຈີໂນມມີສ່ວນປະສົມລະຫວ່າງ ຢີນ S ແລະ ຢີນທີ່ສ້າງໂປຣຕີນສຳຄັນຂອງອະນຸພາກໄວຣັສ ມາຈາກ 2 ກັບສ່ວນ 5 ຈາກຈີໂນມຂອງ BA.1 ສະແດງອັດຕາການແພ່ລະບາດ (growth advantage) ເໜືອ BA.2
- XG – ພົບໃນເດນມາກ
- XH – ພົບໃນເດນມາກ
- XJ – ພົບໃນຟິນແລນ
- XK – ພົບໃນເບລຢ້ຽມ ມີການກາຍພັນຕ່າງໄປຈາກໄວຣັສດັ້ງເດີມ “ອູ່ຮັ່ນ” ເກືອບ 100 ຕຳແໜ່ງ ຫລາຍກວ່າທຸກສາຍພັນ
- XL – ພົບໃນອັງກິດ
“XE” ເປັນສາຍພັນລູກປະສົມລະຫວ່າງໂອມິຄຣອນສາຍພັນຍ່ອຍ “BA.1 X BA.2” ບໍ່ແມ່ນ “ເດວຕາຄຣອນ” ເຊິ່ງເປັນສາຍພັນລູກປະສົມລະຫວ່າງ “ເດວຕາ x ໂອມິຄຣອນ” WHO ຍັງບໍ່ຕັ້ງຊື່ໃຫ້ຢ່າງເປັນທາງການຈົນກວ່າ “XE” ຈະສະແດງອາການທາງຄລີນິກທີ່ຮຸນແຮງແຕກຕ່າງໄປຈາກສາຍພັນອື່ນຢ່າງມີໄນສຳຄັນ.
ສຳລັບສາຍພັນລູກປະສົມ “ເດວຕາຄຣອນ” ຫລື “XD” WHO ແຈ້ງວ່າບໍ່ພົບການລະບາດທີ່ໄວ (transmissibility) ແລະ ອາການທີ່ຮຸນແຮງ (severity) ແຕ່ປະການໃດ.

