ຈີນສັ່ງກວດໂຄວິດທັງເມືອງ ພາຍຫຼັງພົບເຫັນເຫດການໃໝ່

ປະມານ 9 ລ້ານຄົນໃນເມືອງ ຊິງເຕົ່າ ຂອງຈີນຕ້ອງເຂົ້າຮັບການກວດຂັດກອງເຊື້ອໄວຣັສໂຄໂຣນາ ສາຍພັນໃໝ່ ຫຼັງພົບການແຜ່ເຊື້ອແບບເປັນກຸ່ມກ້ອນທີ່ໂຮງໝໍແຫ່ງໜຶ່ງ.
ສຳນັກຂ່າວຕ່າງປະເທດລາຍງານຈາກປັກກິ່ງເມື່ອວັນທີ 12 ຕຸລານີ້ວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງຊາດຂອງຈີນອອກຖະແຫຼງການເມື່ອວັນຈັນນີ້ວ່າ ປະຊາກອນ 9 ລ້ານຄົນທີ່ເມືອງ ຊິງເຕົ່າ ມົນທົນຊານຕົງແຄມຊາຍຝັ່ງທະເລຕາເວັນອອກຂອງປະເທດ ຕ້ອງເຂົ້າຮັບການກວດຂັດກອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ໂດຍທາງການກຳນົດເປົ້າໝາຍຕ້ອງໃຫ້ແລ້ວພາຍໃນ 5 ວັນຄືພາຍໃນວັນສຸກທີ 16 ຕຸລານີ້.
ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນຫຼັງການກວດພົບຜູ້ຕິດເຊື້ອໃໝ່ 12 ຄົນ ແບ່ງອອກເປັນຜູ້ສະແດງອາການ ແລະ ບໍ່ສະແດງອາການ. ຢ່າງໃດກໍຕາມ ສິ່ງທີ່ທຸກຝ່າຍກັງວົນກໍຄື ການທີ່ຜູ້ຕິດເຊື້ອກຸ່ມຫຼ້າສຸດຂອງເມືອງ ຊິງເຕົ່າ ທຸກຄົນມີຄວາມເຊື່ອມໂຍງກັບໂຮງໝໍປະຈຳເມືອງ ຊິງເຕົ່າ ໃນຂະນະນີ້ໜ່ວຍງານທີ່ກ່ຽວຂ້ອງລ໊ອກດາວໂຮງໝໍແຫ່ງນີ້ແລ້ວ.
