ຕຳຫລວດອິນໂດເນເຊຍຈັບກຸມຜູ້ຊຸມນຸມປະທ້ວງກົດໝາຍສ້າງວຽກທົ່ວປະເທດໄດ້ເກືອບ 4.000 ຄົນ ກວດພົບຕິດໂຄວິດ-19 ນັບຮ້ອຍ

ສຳນັກງານຕຳຫລວດແຫ່ງຊາດອິນໂດເນເຊຍ ມີລາຍງານວ່າ: ຕຳຫລວດຈັບກຸມກຸ່ມຜູ້ປະທ້ວງທີ່ເຂົ້າຮ່ວມການຊຸມນຸມຕໍ່ຕ້ານກົດໝາຍສ້າງວຽກສະບັບໃໝ່ທົ່ວປະເທດໃນທ້າຍອາທິດຜ່ານມາໄດ້ 3.862 ຄົນ ໂດຍໃນຈຳນວນຜູ້ຖືກຈັບກຸມ ມີທັງກຳມະກອນ, ນັກສຶກສາ ແລະ ຜູ້ກໍ່ຄວາມວຸ້ນວາຍທີ່ທາງການເອີ້ນວ່າ: ກຸ່ມອະນາທິປະໄຕ ເຊິ່ງມີເກືອບ 800 ຄົນ.
ນອກຈາກນີ້ ພົບວ່າມີຜູ້ບາດເຈັບຈາກເຫດປະທະໃນລະຫວ່າງປະທ້ວງຈຳນວນ 129 ຄົນ. ຂະນະທີ່ທາງການຍັງເປີດເຜີຍວ່າ: ຜູ້ປະທ້ວງ 145 ຄົນທີ່ຖືກຈັບໃນຫລາຍພື້ນທີ່ ທັງຢູ່ນະຄອນຫລວງຈາກາຕາ, ແຂວງສຸມາດຕາເໜືອ, ສຸມາດຕາໃຕ້, ສຸລາເວສີໃຕ້ ແລະ ແຂວງຊະວາຕາເວັນຕົກນັ້ນມີຜົນກວດເຊື້ອໂຄວິດ-19 ເປັນບວກ.
ເຫດປະທ້ວງດັ່ງກ່າວເກີດຂຶ້ນນັບແຕ່ວັນທີ 6 ຕຸລາຜ່ານມາ ໂດຍມີສາເຫດມາຈາກການຊຸກຍູ້ຮ່າງກົດໝາຍສ້າງວຽກສະບັບໃໝ່ ທີ່ກຸ່ມຜູ້ປະທ້ວງຮຽກຮ້ອງໃຫ້ຖອນອອກ ເນື່ອງຈາກເບິ່ງວ່າຕັດທອນສິດຂອງກຸ່ມແຮງງານ ແລະ ເຮັດໃຫ້ສະພາບແວດລ້ອມໃນການເຮັດວຽກບໍ່ຄ່ອຍດີເຊັ່ນ: ການຫລຸດຄ່າແຮງ, ປ່ຽນການຈ່າຍເງິນເດືອນເປັນຄ່າແຮງແຕ່ລະຊົ່ວໂມງ, ເພີ່ມການຈ້າງແຮງງານພາຍນອກ ຫລື Outsource ແລະ ຍົກເລີກຂໍ້ຈຳກັດໃນການໃຊ້ແຮງງານຕ່າງດ້າວ.
ຂະນະທີ່ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ຊຸກຍູ້ກົດໝາຍສະບັບນີ້ ຖະແຫລງໃນວັນທີ 9 ຕຸລາວ່າ: ເນື້ອໃນກົດໝາຍມຸ່ງປັບປຸງສະຫວັດດີການແຮງງານ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງທ່ານເບິ່ງວ່າການປະທ້ວງທີ່ລຸກລາມໄປທົ່ວປະເທດນັ້ນມາຈາກການສ້າງຂ່າວປອມ ແລະ ການບິດເບືອນຂໍ້ມູນ.
ທັງນີ້ ສະຖານະການປະທ້ວງລຸກລາມເປັນຄວາມຮຸນແຮງ ແລະ ການກໍ່ຈະລາຈົນໃນຫລາຍເມືອງທົ່ວປະເທດໃນວັນທີ 8 ຕຸລາຜ່ານມາ ໂດຍຢູ່ນະຄອນຫລວງຈາກາຕາມີປ້າຍລົດເມ, ປ້ອມຕຳຫລວດ, ລົດຍົນ ແລະ ເຄື່ອງຂອງຕ່າງໆຖືກເຜົາ ແລະ ທຸບທຳລາຍຈຳນວນຫລາຍ ຄິດເປັນມູນຄ່າຄວາມເສຍຫາຍຫລາຍກວ່າ 3,7 ລ້ານໂດລາສະຫະລັດ.

