ເພຈ ຂ່າວກຳປູເຈຍ ອອກມາເປີດເຜີຍວ່າ ລາຍກະເປົາ LV ມີຕົ້ນກໍາເນີດ ມາຈາກບັນພະບຸລຸດຂະເໝນ

ສື່ຕ່າງປະເທດລາຍງານວ່າ: ມີເພຈເຟສບຸກຂອງກຳປູເຈຍ ທີ່ມີຊື່ວ່າ Ebook cambodia ໄດ້ອອກມາໂພສຮູບພາບຂອງກະເປົາແບຣນ Louis Vuitton ຄູ່ກັບຮູບປັ້ນແກະສະຫລັກຫີນໃນລັກສະນະປຽບທຽບ ພ້ອມລະບຸ ຂໍ້ຄວາມວ່າ: ແບຣນ Louis Vuitton ຫວາ…… ບາງທີເຮົາກໍໜີບໍ່ພົ້ນຈາກຄວາມຄິດສິລະປະຂອງບັນພະບຸລຸດຊາວຂະເໝນໄດ້ເລີຍ, ປະຕິມະກຳເກົ່າແກ່ຫລາຍພັນປີ ແຕ່ຍັງຄົງມີຄວາມສີວິໄລ ແລະ ລ້ຳສະໄໝ ບັນພະບຸລຸດຊາວຂະເໝນນີ້ໜ້າປະທັບໃຈ!
ແຕ່ຄວາມຈິງແລ້ວ ລາຍ Louis Vuitton ທີ່ເພຈ Ebook cambodia ເອົາມາໂພສນັ້ນມັນເປັນລາຍ Monogram ທີ່ມີຄວາມໝາຍວ່າ ເປັນລວດລາຍທີ່ຊ້ຳກັນ ນຳມາຈັດວາງຊ້ອນກັນໄປມາ ໂດຍອາດຈະເປັນລາຍຂອງຮູບຮ່າງ ສັນຍາລັກຕ່າງໆ ຫລື ຈະເປັນຕົວອັກສອນທີ່ສື່ເຖິງແບຣນນັ້ນກໍໄດ້ ເຊິ່ງຄົນທີ່ອອກແບບລາຍນີ້ໃຫ້ກັບແບຣນ Louis Vuitton ໄດ້ແຮງບັນດານໃຈມາຈາກສິລະປະແບບຕາເວັນອອກເຊິ່ງເປັນທີ່ນິຍົມກັນ ເພາະສະນັ້ນ ອາດເປັນໄປໄດ້ວ່າ ລາຍກະເປົາດັ່ງກ່າວບໍ່ມີສ່ວນກ່ຽວຂ້ອງກັບຮູບແກະສະຫລັກຫີນຂອງກຳປູເຈຍ.

ອ້າງອີງ:

https://www.facebook.com/ebookcambodiaofficial/photos/a.2013142552281561/3306255216303615

https://www.facebook.com/komehyothailand/posts/440001373317220/

เพราอะไร? Monogram ถึงเป็นลายแฟชั่นสุดคลาสสิค ที่ไม่เคยตกเทรนด์