ໂຄງການອາຫານໂລກ ໄດ້ຮັບລາງວັນ ໂນເບລສາຂາສັນຕິພາບ 2020

ໂຄງການອາຫານໂລກ (WFP) ເຊິ່ງເປັນໜ່ວຍງານຂອງສະຫະປະຊາຊາດ ຫລື UN ໄດ້ຮັບລາງວັນໂນເບລສາຂາສັນຕິພາບປະຈຳປີ 2020 ຈາກຄວາມພະຍາຍາມຕໍ່ສູ້ກັບຄວາມອຶດຫິວ ແລະ ມີສ່ວນຊ່ວຍສ້າງສັນຕິພາບໃນພື້ນທີ່ຂັດແຍ່ງ.
ຄະນະກຳມະການໂນເບລນໍເວປະກາດໃນວັນທີ 9 ກັນຍາວ່າ: ຄວາມຮ່ວມໃຈຂອງນາໆຊາດ ແລະ ການຮ່ວມມືພະຫຸພາຄີມີຄວາມຈຳເປັນຢ່າງຈະແຈ້ງຫລາຍກວ່າຜ່ານມາ. ຄະນະກຳມະການຈຶ່ງຕັດສິນໃຈມອບລາງວັນໂນເບລສາຂາສັນຕິພາບປະຈຳປີນີ້ໃຫ້ອົງການອາຫານໂລກ ຈາກຄວາມພະຍາຍາມຕໍ່ສູ້ກັບຄວາມອຶດຫິວ, ການມີສ່ວນສ້າງສະພາບການທີ່ດີຂຶ້ນສຳລັບການສ້າງສັນຕິພາບໃນພື້ນທີ່ທີ່ມີຄວາມຂັດແຍ່ງ ແລະ ການເປັນແຮງຂັບເຄື່ອນຄວາມພະຍາຍາມປ້ອງກັນບໍ່ໃຫ້ຄວາມອຶດຫິວຖືກນຳໃຊ້ເປັນອາວຸດເຮັດສົງຄາມ ແລະ ຄວາມຂັດແຍ່ງໂຄງການອາຫານໂລກເປັນອົງການມະນຸດສະທຳໃຫຍ່ທີ່ສຸດໃນໂລກທີ່ແກ້ໄຂບັນຫາຄວາມອຶດຫິວ ແລະ ສົ່ງເສີມຄວາມໝັ້ນຄົງດ້ານອາຫານ ໂດຍໃນປີຜ່ານມາໄດ້ໃຫ້ການຊ່ວຍເຫລືອປະຊາຊົນເກືອບ 100 ລ້ານຄົນໃນ 88 ປະເທດທີ່ຕົກເປັນເຫຍື່ອຄວາມບໍ່ໝັ້ນຄົງທາງອາຫານ ແລະ ຄວາມອຶດຫິວກະທັນຫັນ, ການແກ້ໄຂຄວາມອຶດຫິວເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງຂອງ UN ໃນປີ 2014. ໂຄງການອາຫານໂລກຄືກົນໄກຫລັກຂອງ UN ໃນການເຮັດໃຫ້ເປົ້າໝາຍນີ້ເປັນຈິງ.
ປີຜ່ານມາມີ 135 ລ້ານຄົນທົນທຸກຈາກການອຶດຫິວ ສ່ວນຫລາຍເກີດຈາກສົງຄາມ ແລະ ຄວາມຂັດແຍ່ງ. ສະຖານະການພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ແຜ່ລະບາດມີສ່ວນເຮັດໃຫ້ຕົວເລກດັ່ງກ່າວເພີ່ມຂຶ້ນ, ໂຄງການອາຫານໂລກໄດ້ເພີ່ມຄວາມພະຍາຍາມທີ່ປະກາດໄວ້ວ່າ: ຈົນກວ່າຈະມີວັກຊີນທາງການແພດ ອາຫານຄືວັກຊີນດີທີ່ສຸດໃນການປ້ອງກັນຄວາມວຸ້ນວາຍ, ໂລກຈະຕົກຢູ່ໃນວິກິດຄວາມອຶດຫິວຢ່າງໜັກ ຖ້າໂຄງການອາຫານໂລກ ແລະ ອົງການການຊ່ວຍເຫລືອດ້ານອາຫານອື່ນໆ ບໍ່ໄດ້ຮັບການສະໜັບສະໜູນທາງການເງິນຕາມທີ່ຮ້ອງຂໍ. ຄະນະກຳມະການໂນເບລນໍເວເນັ້ນວ່າ: ການຊ່ວຍເຫລືອເພື່ອເພີ່ມຄວາມໝັ້ນຄົງດ້ານອາຫານບໍ່ພຽງເປັນການປ້ອງກັນຄວາມອຶດຫິວ, ແຕ່ຍັງຊ່ວຍເພີ່ມໂອກາດໃຫ້ສັນຕິພາບ ແລະ ສະຖຽນລະພາບເກີດຂຶ້ນ, ການເຮັດວຽກຂອງໂຄງການອາຫານໂລກເປັນປະໂຫຍດຕໍ່ມວນມະນຸດ ເປັນຄວາມອຸດສາຫະທີ່ທຸກປະເທດທົ່ວໂລກຄວນເຫັນພ້ອມ ແລະ ສະໜັບສະໜູນ.

