ຄະນະບໍລິຫານງານສະຫະພັນກິລາກ໊ອຟແຫ່ງຊາດລາວຊຸດໃຫມ່ 2020-2024

ປະທານເຂົ້າຮ່ວມ
ໃນວັນທີ 6 ຕຸລານີ້ ທີ່ສະໂມສອນຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ຈັດກອງປະຊຸມ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາກ໊ອຟແຫ່ງຊາດລາວ ປະຈຳສົກປີ (2020-2024).ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງຄະນະບໍລິຫານງານ ສະຫະພັນກິລາກ໊ອຟແຫ່ງຊາດດັ່ງກ່າວປະກອບມີ: ຄະນະປະທານທີ່ປຶກສາກິດຕິມະສັກຄື: ທ່ານ ສົມສະຫວາດ ເລັ່ງສະຫວັດ, ທ່ານ ສູນທອນ ສິີຣິສັກ, ທ່ານ ຄຳໄພ ປະເສີດ. ບໍລິຫານງານສະຫະພັນມີ: ທ່ານ ກອງສີ ແສງມະນິ ເປັນປະທານ ຄະນະບໍລິຫານງານສະຫະພັນດັ່ງກ່າວ.
ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ
ໃນໂອກາດນີ້ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ ຜູ້ໃໝ່ໄດ້ມີຄຳເຫັນໃນພິທີວ່າ: ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະພ້ອມຈະເລີ່ມ ປະຕິບັດໜ້າທີ່ ວາງແຜນພັດທະນານັກກິລາ ລຸ້ນນ້ອຍໃຫ້ມີການຝຶກຊ້ອມ ຍົກສູງສີມືເພື່ອສາມາດເຂົ້າຮ່ວມການແຂ່ງຂັນລະດັບສາກົນໄດ້.
ຄະນະບໍລິຫານງານສະຫະພັນກິລາກ໊ອຟແຫ່ງຊາດລາວຊຸດໃຫມ່ 2020-2024

