ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 30 ກັນຍາ 2020

- ປະທານາທິບໍດີ ໂດນັລ ທຣຳ ແລະ ທ່ານ ໂຈ ໄບເດັນ ຄູ່ແຂ່ງຂອງທ່ານ ໄດ້ພົບກັນໃນການໂຕ້ວາທີທາງໂທລະພາບ ຢູ່ເມືອງ Cleveland ລັດ Ohio.
ຖືເປັນການປະທະກັນທາງວາຈາທີ່ໄຮ້ມາລະຍາດທັງສອງ ໂດຍພວກທ່ານຂັດແຍ່ງກັນໃນເລື່ອງຂອງ COVID-19, ເສດຖະກິດ, ສິ່ງແວດລ້ອມ, ກົດໝາຍ ແລະ ລະບຽບຕ່າງໆ.
ແຕ່ມີພຽງບໍ່ເທົ່າໃດໝັດເທົ່ານັ້ນທີ່ພວກທ່ານປ່ອຍໃສ່ກັນ ໂດຍທ່ານ ທຣຳ ໄດ້ທຳການໂຈມຕີຢ່າງຮຸນແຮງທີ່ສຸດກ່ຽວກັບຂະບວນການລົງຄະແນນສຽງໃນປີນີ້. ຂະນະທີ່ການໂຕ້ວາທີຄັ້ງຕໍ່ໄປຂອງພວກທ່ານຈະຈັດຂຶ້ນຢູ່ເມືອງ Miami ລັດ Florida ໃນອີກ 2 ອາທິດຕໍ່ໜ້າ.
- Armania ແລະ Azerbaijan ກຳລັງກ້າວເຂົ້າໃກ້ສົງຄາມເຕັມຮູບແບບ ໂດຍທັງ 2 ຝ່າຍລາຍງານການຍິງປະທະກັນຂ້າມຊາຍແດນຂອງພວກເຂົາ.
Armenia ກ່າວວ່າ: ເຮືອບິນຂັບໄລ່ F-16 ຂອງຕວກກີ ເຊິ່ງເປັນພັນທະມິດຂອງ Azerbaijan ໄດ້ຍິງເຮືອບິນຮົບລຳໜຶ່ງຂອງພວກເຂົາຕົກເໜືອນ່ານຟ້າ Armenia. ຂະນະທີ່ ຕວກກີ ແລະ Azerbaijan ປະຕິເສດ.
ການປະທະກັນເກີດຂຶ້ນຢູ່ບໍລິເວນພື້ນທີ່ທີ່ເປັນຂໍ້ຂັດແຍ່ງ Nagorno-Karabakh ເຊິ່ງຫລ້າສຸດຂ້າຊີວິດຜູ້ຄົນໄປເກືອບ 100 ຄົນໃນໄລຍະບໍ່ເທົ່າໃດວັນຜ່ານມາ, ສ່ວນຣັດເຊຍ ເຊິ່ງເປັນພັນທະມິດກັບ Armenia ຍັງອອກມາຮຽກຮ້ອງຢ່າງຕໍ່ເນື່ອງໃຫ້ພວກເຂົາຢຸດຍິງ.
- ອັງກິດ ແລະ ການາດາ ໄດ້ອອກມາດຕະການຫ້າມເດີນທາງ ແລະ ອາຢັດຊັບສິນຂອງ Alexander Lukashenko ປະທານາທິບໍດີຂອງປະເທດເບລາຣຸສ ລວມທັງສະມາຊິກໃນລັດຖະບານຂອງທ່ານ ໂດຍທັງ 2 ປະເທດເປັນລັດຖະບານຕາເວັນຕົກກຸ່ມທຳອິດທີ່ກຳນົດມາດຕະການຂວ້ຳບາດຫລັງຈາກ Lukashenko ສໍ້ໂກງການເລືອກຕັ້ງໃນເດືອນຜ່ານມາ ແລະ ຈັບກຸມນັກການເມືອງຝ່າຍຄ້ານ.
ຫລ້າສຸດ Emmanuel Macron ປະທານາທິບໍດີຂອງຝຣັ່ງ ໄດ້ພົບກັບ Svetlana Tikhanovakaya ຜູ້ນຳຝ່າຍຄ້ານຂອງເບລາຣຸສໃນປະເທດລິທົວເນຍ ແລະ ໄດ້ຮຽກຮ້ອງໃຫ້ Lukashenko ລົງຈາກຕຳແໜ່ງຂອງທ່ານ.
- Sheikh Sabah al-Ahmad al-Jaber al-Sabah ຈັກກະພັດຂອງປະເທດຄູເວດ ໄດ້ເສຍຊີວິດລົງດ້ວຍອາຍຸ 91 ປີ ໂດຍທ່ານດຳລົງຕຳແໜ່ງລັດຖະມົນຕີຕ່າງປະເທດເປັນເວລາເກືອບ 40 ປີຜ່ານມາ ແລະ ມັກຈະເປັນຜູ້ໄກ່ເກ່ຍຂໍ້ຂັດແຍ່ງຕ່າງໆໃນພາກພື້ນ ກ່ອນຈະກາຍມາເປັນຈັກກະພັດໃນປີ 2006. ຂະນະທີ່ Sheikh Nawaf al-Ahmed ເຊິ່ງເປັນນ້ອງຊາຍເຄິ່ງສາຍເລືອດອາຍຸ 83 ປີ ຄາດວ່າຈະໄດ້ຮັບຕຳແໜ່ງຂອງທ່ານຕໍ່ໄປ.
- ອົງການນິລະໂທດກຳສາກົນ (Amnesty International) ປະກາດວ່າ ພວກເຂົາໄດ້ຮັບການບັງຄັບໃຫ້ຢຸດການດຳເນີນງານຢູ່ອິນເດຍ ໂດຍບໍລິສັດດ້ານການປຸກລະດົມນີ້ ກ່າວຫາລັດຖະບານອິນເດຍວ່າດຳເນີນການເພື່ອລ່າແມ່ມົດສຳລັບອົງການສິດທິມະນຸດ (human-rights organizations).
Amnesty ກ່າວວ່າ ມີບັນຊີທະນາຄານຂອງພວກເຂົາທີ່ຖືກອາຢັດ ແລະ ຕ້ອງປົດພະນັກງານອອກ ໂດຍກ່ອນໜ້ານີ້ ພວກເຂົາຫາກໍກ່າວຫາຕຳຫລວດຂອງອິນເດຍວ່າມີສ່ວນຮ່ວມໃນການຕໍ່ຕ້ານຊາວມຸດສະລິມຢ່າງໂຫດຮ້າຍ.
- Rodrigo Rato ອະດີດປະທານຂອງ Bankia ໄດ້ຖືກຕັດສິນໃຫ້ພົ້ນຜິດໃນຄະດີສໍ້ໂກງລາຍຊື່ທະນາຄານສະເປນ.
Rato ເຊິ່ງເຄີຍດຳລົງຕຳແໜ່ງລັດຖະມົນຕີດ້ານເສດຖະກິດຂອງສະເປນ ແລະ ກຳມະການຜູ້ຈັດການຂອງກອງທຶນການເງິນສາກົນ ໄດ້ປະຕິເສດການກະທຳຜິດໃດໆມາໂດຍຕະຫລອດ.
ເຖິງຢ່າງໃດກໍຕາມ, ທ່ານຕ້ອງຮັບໂທດຕິດຄຸກ 4 ປີໃນຂໍ້ຫາຢັກຢອກຊັບໃນອີກຄະດີໜຶ່ງຈາກການໃຊ້ບັດເຄຣດິດຂອງ Bankia ໃນທາງທີ່ຜິດ.
- Gavin Newsom ເຈົ້າຄອງລັດ California ໄດ້ປະກາດພາວະສຸກເສີນໃນ 3 ເມືອງຂອງລັດ ຫລັງຈາກເກີດເຫດໄຟໄໝ້ 2 ຄັ້ງ ເຊິ່ງເຜົາຜານພື້ນທີ່ຫລາຍສິບຕາກິໂລແມັດ ແລະ ເພີ່ມຄວາມເສຍຫາຍຈາກໄຟໄໝ້ປ່າທີ່ເກີດຂຶ້ນກ່ອນໜ້ານີ້ ເຊິ່ງໄດ້ທຳລາຍລັດໃນໄລຍະບໍ່ເທົ່າໃດອາທິດຜ່ານມາ.
ນອກຈາກນີ້ Newsom ຍັງຂໍການຊ່ວຍເຫລືອຈາກລັດຖະບານກາງ ໂດຍປະກາດວ່າການຕອບສະໜອງທີ່ມີປະສິດທິພາບນັ້ນ “ເກີນຄວາມສາມາດຂອງລັດ ແລະ ທ້ອງຖິ່ນ”.
- Walt Disney Co. ປະກາດປົດພະນັກງານ 28.000 ຄົນຢູ່ອາເມລິກາ ເຊິ່ງເປັນສັນຍານຫລ້າສຸດທີ່ບົ່ງບອກວ່າ ການເດີນທາງ ແລະ ກິດຈະກຳອື່ນໆໃນສັງຄົມຈະຟື້ນຕົວຊ້າຈາກການແຜ່ລະບາດ.
ການຫລຸດພະນັກງານຄັ້ງນີ້ ຄວບຄຸມເຖິງສະໜາມເຄື່ອງຫລິ້ນ, ເຮືອສຳລານ ແລະ ທຸລະກິດຂາຍຍ່ອຍຂອງບໍລິສັດ ລວມທັງການປົດຜູ້ບໍລິຫານເຖິງວ່າ 67% ຂອງຜູ້ທີ່ຖືກເລີກຈ້າງຈະເປັນພະນັກງານ Part-Time.
