ດາວເຄາະນ້ອຍ 2020 SW ເຄື່ອນຕົວເຂົ້າໃກ້ໂລກ ວັນນີ້ເວລາ ປະມານ 18:12 ນາທີ (ຕ້ອງໃຊ້ກ້ອງສ່ອງດາວຈຶ່ງເຫັນ)

ອີງຕາມອົງນາຊາ ລາຍງານວ່າ: ວັນທີ 24 ກັນຍາ 2020 ເວລາ 18:12 ນາທີ ຕາມເວລາປະເທດລາວຈະມີດາວເຄາະນ້ອຍ 2020 SW ຂະໜາດບໍ່ເກີນ 9 ແມັດ (ເທົ່າກັບລົດເມຄັນໜຶ່ງ) ຈະເຄື່ອນເຂົ້າຊິດກັບໂລກໃນໄລຍະໃກ້ກວ່າວົງໂຄຈອນຂອງດາວທຽມສື່ສານ ໂດຍປະມານ 20.921 ກິໂລແມັດ ໃກ້ກວ່າວົງໂຄຈອນຂອງດວງຈັນກັບໂລກ.
ການເຄື່ອນຕົວຄັ້ງນີ້ແມ່ນການເຄື່ອນຕົວເຂົ້າຫາດວງອາທິດ ບໍ່ເຂົ້າສູ່ບັນຍາກາດຂອງໂລກ ເຊິ່ງມັນຈະກັບມາອີກຮອບໜຶ່ງ ປະມານ 21 ປີຕໍ່ໜ້າ.
ນັກດາລາສາດລຸບຸວ່າ ການເຂົ້າໃກ້ໂລກຂອງດາວເຄາະນ້ອຍນີ້ ເຖິງແມ່ນວ່າຈະໃກ້ໂລກປານໃດກໍຕາມ ແຕ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ຕ້ອງອາໄສກ້ອງສ່ອງດາວຂະໜາດ 12ນິ້ວ ຈຶ່ງເຫັນໄດ້.

