ເຜີຍສະເປັກ Nokia 6 ຮຸ່ນ 2018 ມີ 2 ເວີຊັ່ນ

HMD ກຽມເປີດຕົວ Nokia 6 ຮຸ່ນ 2018 ສໍາລັບຕະຫຼາດໂທລະສັບມືຖືລະດັບກາງ ຊຶ່ງປາກົດວ່າມີເຖິງ 2 ເວີຊັ່ນ.

ກ່ອນໜ້ານີ້ໄດ້ມີໂທລະສັບມືຖື Nokia 6 ຮຸ່ນ 2018 ເວີຊັ່ນທໍາອິດ ປາກົດໃນແວັບໄຊ TENAA (ໜ່ວຍງານທີ່ກໍາກັບເບິ່ງແຍງດ້ານໂທລະຄົມມະນາຄົມຂອງປະເທດຈີນ) ແລະ ຫລ້າສຸດໄດ້ມີ Nokia 6 ຮຸ່ນ 2018 ເວີຊັ່ນປາກົດເຊັ່ນກັນ.

ໃນສ່ວນສະເປັກນັ້ນມີຄວາມແຕກຕ່າງກັນດັ່ງນີ້:

-Nokia 6 ຮຸ່ນ 2018 (ເວີຊັ່ນ1)

  • ໜ້າຈໍ 18:9

ຊິນ Qualcomm Snapdragon 630

  • ແຣມ 4 GB
  • ຄວາມຈຸ 32 GB

– Nokia 6 ຮຸ່ນ 2018 (ເວີຊັ່ນ2)

  • ຈໍ 5.5 ນິ້ວ (1920 x 1080 ພິກເຊວ) ອັດຕາສ່ວນ 16:9

ຊິມເຊ໊ຕ Qualcomm ຄວາມໄວ 2.2 GHz (ອາດເປັນ Snapdragon 630 ຫຼື 660)

  • ແຣມ 4 GB
  • ຄວາມຈຸ 32 GB – 64 GB
  • ລະບົບປະຕິບັດການ Android 7.1.1 Nougat
  • ແບັດເຕີຣີ 3,000 mAh

ມີການຄາດການວ່າ HMD Global ຜູ້ຜະລິດ ແລະ ຈັດຈໍາໜ່າຍໂທລະສັບຍີ່ຫໍ້ Nokia ຈະເປີດຕົວ Nokia 6 ຮຸ່ນ 2018 ໃນຊ່ວງຕົ້ນປີນີ້.