ປາແລັສຕິນປະທ້ວງຢູ່ກາຊາ ຕ້ານອິດສະລາແອນ-ບາເຣນ ຕົກລົງຟື້ນຟູການພົວພັນສູ່ລະດັບປົກກະຕິ

ຊາວປາແລັສຕິນຢູ່ເຂດກາຊາອອກມາຊຸມນຸມປະທ້ວງ ຕໍ່ຕ້ານການເຊັນຂໍ້ຕົກລົງຟື້ນຟູການພົວພັນສູ່ລະດັບປົກກະຕິລະຫວ່າງອິດສະລາແອນ ແລະ ບາເຣນ ໂດຍຢືນຢັນຈະຂັດຂວາງເຖິງທີ່ສຸດ.
ສຳນັກຂ່າວ ແຊນເນລນິວອາຊີ ລາຍງານວ່າ: ໃນວັນທີ 11 ກັນຍາຜ່ານມາ ບາເຣນກາຍເປັນປະເທດອ່າວອາຣັບປະເທດທີ 2 ທີ່ເຊັນຂໍ້ຕົກລົງຟື້ນຟູການພົວພັນກັບອິດສະລາແອນສູ່ລະດັບປົກກະຕິ ຍ່າງຕາມຮອຍສະຫະລັດອາຣັບເອມິເຣດ ເຊິ່ງເຊັນຂໍ້ຕົກລົງໃນເດືອນສິງຫາ ໂດຍມີອາເມລິກາເປັນຄົນກາງໃນການເຈລະຈາ.
ການເຄື່ອນໄຫວດັ່ງກ່າວສ້າງຄວາມບໍ່ພໍໃຈຕໍ່ຊາວປາແລັສຕິນ ເຊິ່ງເປັນຄູ່ປໍລະປັກກັບອິດສະລາແອນ ໂດຍກຸ່ມຮາມາດ ກຸ່ມການເມືອງຕິດອາວຸດ ເຊິ່ງປົກຄອງເຂດກາຊາ ຈັດການປະທ້ວງຂຶ້ນໃນວັນທີ 12 ກັນຍາ ຜູ້ຊຸມນຸມຫລາຍສິບຄົນມາລວມຕົວກັນຈູດໄຟເຜົາຮູບຜູ້ນຳອິດສະລາແອນ, ອາເມລິກາ, ບາເຣນ ແລະ ສະຫະລັດອາຣັບເອມິເຣດ.
ທັງນີ້, ຂະນະທີ່ອາເມລິກາ, ອິດສະລາແອນ, UAE ແລະ ບາເຣນ ຍົກຍ້ອງຂໍ້ຕົກລົງທີ່ເກີດຂຶ້ນວ່າເປັນ ບາດກ້າວສຳຄັນສູ່ຄວາມສະຫງົບ ແລະ ສະຖຽນລະພາບຢູ່ຕາເວັນອອກກາງ, ແຕ່ຊາວປາແລັສຕິນເບິ່ງວ່າເປັນການທໍລະຍົດ ເພາະພວກເຂົາຢ້ານວ່າ: ເລື່ອງນີ້ຈະເປັນສາເຫດທຳລາຍຈຸດຢືນຂອງປະເທດອາຣັບ ທີ່ຮຽກຮ້ອງໃຫ້ອິດສະລາແອນຖອນຕົວອອກຈາກດິນແດນປາແລັສຕິນທີ່ພວກເຂົາເຂົ້າຍຶດຄອງ ແລະ ຍອມຮັບການເປັນລັດຂອງປາແລັສຕິນ ເພື່ອແລກກັບການຟື້ນຟູການພົວພັນກັບປະເທດອາຣັບສູ່ລະດັບປົກກະຕິ.

